ອິດ​ສະ​ລາ​ແອັນ ສືບ​ຕໍ່​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເລັ່ງ​ໃສ່​ຜືນ​ແຜ່ນ​ດິນ ລີ​ບັງ

(VOVWORLD) - ວັນທີ 15 ກຸມພາ, ກອງທັບ ອິດສະລາແອັນ ໄດ້ປະກາດວ່າ ບັນດາເຮືອບິນສູ້ຮົບຂອງປະເທດນີ້ ໄດ້ບຸກໂຈມຕີນັບສິບເປົ້າໝາຍຂອງ Hezbollah ຢູ່ເຂດ Wadi Saluki, ທາງທິດໃຕ້ ລີບັງ. 
ອິດ​ສະ​ລາ​ແອັນ ສືບ​ຕໍ່​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເລັ່ງ​ໃສ່​ຜືນ​ແຜ່ນ​ດິນ ລີ​ບັງ - ảnh 1ການບຸກໂຈມຕີຂອງ ອິດສະລາແອັນ ຢູ່ Shihin, ລີບັງ (ພາບ: AFP/TTXVN)

ກ່ອນໜ້ານັ້ນ, ບັນດາເຫດບຸກໂຈມຕີທາງອາກາດ ຂອງເຂົາເຈົ້າທີ່ເລັ່ງໃສ່ນະຄອນ Nabatieh (ລີບັງ) ໃນຄ່ຳຄືນວັນທີ 14 ກຸມພາ ໄດ້ເຮັດໃຫ້ຜູ້ບັນຊາການຂັ້ນສູງໜຶ່ງຄົນຂອງກຳລັງ Radwan ຂອງ Hezbollah ແລະ ຜູ້ຮອງ ເສຍຊີວິດ.

ຕາມອຳນາດການປົກຄອງອິດສະລາແອັນແລ້ວ, ບັນດາເຫດບຸກໂຈມຕີ ດັ່ງກ່າວແມ່ນ ແນໃສ່ໂຕ້ຕອບການບຸກໂຈມຕີໃນວັນທີ 14 ກຸມພາ ໂດຍ Hezbollah ປະຕິບັດດ້ວຍລູກສອນໄຟເລັ່ງໃສ່ນະຄອນ Safed, ຫ່າງຈາກຊາຍແດນ ອິດສະລາແອັນ - ລີບັງປະມານ 15 ກີໂລແມັດ ເຊິ່ງເຮັດໃຫ້ມີ 1 ຄົນເສຍຊີວິດ ແລະ 7 ຄົນໄດ້ຮັບບາດເຈັບ.

ສ່ວນຝ່າຍ ກຳລັງ Hezbollah ໃຫ້ຮູ້ວ່າ ບັນດາເຫດບຸກໂຈມຕີໃນວັນທີ 14 – 15 ກຸມພາຂອງອິດສະລາແອັນ ໄດ້ເຮັດໃຫ້ 10 ຄົນເສຍຊີວິດ, ໃນນັ້ນມີເດັກນ້ອຍ 5 ຄົນ ແລະ ນາຍທະຫານນັກຮົບຈຳນວນໜຶ່ງ. Hezbollah ຖືນີ້ ແມ່ນເຫດບຸກໂຈມຕີນອງເລືອດທີ່ສຸດຕໍ່ສາມັນຊົນ ລີບັງ ພາຍຫຼັງເກີດ ການປະທະກັນຢູ່ເຂດຊາຍແດນ ລະຫວ່າງ ລີບັງ - ອິດສະລາແອັນ ມາເປັນເວລາ 4 ເດືອນ ແລະ ປະກາດວ່າ ຈະມີການກະທຳໂຕ້ຕອບ.

ຕອບກັບ

ຂ່າວ/ບົດ​ອື່ນ