ອິດ​ສະ​ລ​າ​ແອັນ ​ອາ​ໄລ​ຫາ ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ເຫດດັບສູນເຊື້ອຊາດຊາວຢິວ

(VOVWORLD) -ຕອນເຊົ້າວັນທີ 8 ເມສາ, ທ່ານ ປະທານາທິບໍດີ ອິດສະລາແອັນ Reuven Rivlin ໄດ້ໄປວາງພວງມາລາ ຢູ່ Yad Vashem, ສູນອາໄລຫາຜູ້ປະສົບເຄາະຮ້າຍຊາວຢິວ ທີ່ຕັ້ງຢູ່ Jerusalem. 
ອິດ​ສະ​ລ​າ​ແອັນ ​ອາ​ໄລ​ຫາ ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ເຫດດັບສູນເຊື້ອຊາດຊາວຢິວ - ảnh 1ພາບປະກອບ: THX/TTXVN

ວັນທີ 8 ເມສາ, ຢູ່ບັນດາທ້ອງຖິ່ນຂອງ ອິດສະລາແອັນ ໄດ້ດຳເນີນຫຼາຍການເຄື່ອນໄຫວ ອາໄລຫາບັນດາຜູ້ປະສົບເຄາະຮ້າຍໃນເຫດດັບສູນເຊື້ອຊາດ ຊາວຢິວ, ໃນວັນບຸນແຫ່ງຊາດທີ່ມີຊື່ວ່າ Yom HaShoah. ວັນບຸນນີ້ໄດ້ຈັດຂຶ້ນໃນວັນທີ 27 ເດືອນ Nisan ຕາມປະຕິທິນຂອງຊາວຢິວ ເພື່ອແນໃສ່ ອາໄລຫາ ຊາວຢິວປະມານ 6 ລ້ານຄົນ ໃນທົ່ວໂລກ ທີ່ຖືກເສຍຊີວິດ ໃນບັນດາເຫດດັບສູນເຊື້ອຊາດ Holocaust.

ຕອນເຊົ້າວັນທີ 8 ເມສາ, ທ່ານ ປະທານາທິບໍດີ ອິດສະລາແອັນ Reuven Rivlin ໄດ້ໄປວາງພວງມາລາ ຢູ່ Yad Vashem, ສູນອາໄລຫາຜູ້ປະສົບເຄາະຮ້າຍຊາວຢິວ ທີ່ຕັ້ງຢູ່ Jerusalem. ແລະ ກໍ່ໃນວັນດຽວກັນ ຢູ່ Yad Vashem, ທ່ານນາຍົກລັດຖະມົນຕີ Benjamin Netanyahu ກໍ່ໄດ້ໄປວາງພວງມາລາຢູ່ ອະນຸສາວະລີ ນັກຮົບວິລະຊົນ ແລະ ທະຫານເສຍສະຫຼະຊີວິດເພື່ອຊາດ ໃນເຫດດັບສູນເຊື້ອຊາດ (Holocaust).

ຕອບກັບ

ຂ່າວ/ບົດ​ອື່ນ