ອິດ​ສະ​ລາ​ແອັນ ແລະ ປາ​ແລັດ​ສະ​ຕິນ ​ປຶກ​ສາ​ຫາ​ລື​ ບັນ​ດາ​ມາດ​ຕະ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ

(VOVWORLD) -ໃນການເຈລະຈາທາງໂທລະສັບ, ບັນດາການນຳປະເທດ ອິດສະລາແອັນ ໄດ້ສົ່ງຄຳອວຍພອນໄປຍັງທ່ານປະທານາທິບໍດີ Abbas ເນື່ອງໃນວັນພັກບຸນ Eid al-Adha ໂດຍແມ່ນໜຶ່ງໃນ 2 ວັນບຸນສຳຄັນທີ່ສຸດ ຕາມປະຕິທິນອິດສະລາມ.
ອິດ​ສະ​ລາ​ແອັນ ແລະ ປາ​ແລັດ​ສະ​ຕິນ ​ປຶກ​ສາ​ຫາ​ລື​ ບັນ​ດາ​ມາດ​ຕະ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ - ảnh 1ທ່ານປະທານາທິບໍດີ ອິດສະລາແອັນ Isaac Herzog ແລະ ທ່ານປະທານາທິບໍດີ ອຳນາດການປົກຄອງ ປາແລັດສະຕິນ  Mahmoud Abbas (ພາບ: timesofisrael.com)

ວັນທີ 19 ກໍລະກົດ, ທ່ານປະທານາທິບໍດີ ອິດສະລາແອັນ Isaac Herzog ແລະ ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ Benny Gantz  ໄດ້ມີການເຈລະຈາທາງໂທລະສັບ ສະເພາະກັບ ທ່ານປະທານາທິບໍດີ ອຳນາດການປົກຄອງ ປາແລັດສະຕິນ (PA) Mahmoud Abbas. ໃນການເຈລະຈາທາງໂທລະສັບ, ບັນດາການນຳປະເທດ ອິດສະລາແອັນ ໄດ້ສົ່ງຄຳອວຍພອນໄປຍັງທ່ານປະທານາທິບໍດີ Abbas ເນື່ອງໃນວັນພັກບຸນ Eid al-Adha ໂດຍແມ່ນໜຶ່ງໃນ 2 ວັນບຸນສຳຄັນທີ່ສຸດ ຕາມປະຕິທິນອິດສະລາມ. ນີ້ແມ່ນການໂອ້ລົມຄັ້ງທີ 2 ໃນໄລຍະເວລາບໍ່ຮອດ 10 ມື້ ລະຫວ່າງ ທ່ານປະທານາທິບໍດີ Isaac Herzog ແລະ ທ່ານປະທານາທິບໍດີ Abbas.

ໜັງສືພິມ Times of Israel ໄດ້ຄັດສະເໜີແຈ້ງການ ຂອງ ຫ້ອງວ່າການລັດຖະມົນຕີກະຊວງປ້ອງກັນປະເທດໂດຍໃຫ້ຮູ້ວ່າ ທ່ານ Gantz ແລະ ທ່ານ Abbas “ໄດ້ມີການໂອ້ລົມທາງໂທລະສັບໃນບັນຍາກາດຢ່າງຕັ້ງໜ້າ, ປຶກສາຫາລືກ່ຽວກັບຄວາມຈຳເປັນໃນການຊຸກຍູ້ບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ລະຫ່ວາງ ອິດສະລາແອັນ ແລະ ປາລັດສະຕິນ, ສ້າງເງື່ອນໄຂໃຫ້ຄວາມໝັ້ນຄົງ ແລະ ເສດຖະກິດໃນທົ່ວພາກພື້ນ”. ຫ້ອງວ່າການທ່ານປະທານາທິບໍດີ Abbas ກໍ່ຢັ້ງຢືນການເຈລະຈາທາງໂທລະສັບດັ່ງກ່າວ, ແຕ່ບໍ່ສະໜອງຂໍ້ມູນລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ