ອິດສະລາແອນຫັນເຂດຕັ້ງຖິ່ນຖານຄົງທີ່ຢູ່ຝັ່ງຕາເວັນຕົກຖືກຕາມກົດໝາຍ

(VOVWORLD) - ອິດສະລາແອັນ ຈະອອກໜັງສືອະນຸຍາດຢ່າງເປັນທາງການໃຫ້ເຂດຕັ້ງຖິ່ນຖານຄົງທີ່ Havat Gilad ຢູ່ເຂດຝັ່ງຕາເວັນຕົກທີ່ຖືກຢືດຄອງ, ເພື່ອໂຕ້ຕອບເຫດເຂັ່ນຂ້າບາດຫລວງຊາວຢິວ ພວມດຳລົງຊີວິດຢູ່ເຂດຕັ້ງຖິ່ນຖານຄົງທີ່ນີ້ ໃນເດືອນກ່ອນ.
 
ອິດສະລາແອນຫັນເຂດຕັ້ງຖິ່ນຖານຄົງທີ່ຢູ່ຝັ່ງຕາເວັນຕົກຖືກຕາມກົດໝາຍ - ảnh 1 ອິດສະລາແອນ ຫັນເຂດຕັ້ງຖິ່ນຖານຄົງທີ່ຢູ່ຝັ່ງຕາເວັນຕົກຖືກຕາມກົດໝາຍ (ພາບ: AFP/TTXVN)

ວັນທີ 04 ກຸມພາ, ກ່າວຄຳເຫັນທີ່ກອງປະຊຸມຄະນະລັດຖະບານປະຈຳອາທິດ, ທ່ານນາຍົກລັດຖະມົນຕີ ອິດສະລາແອນ Benjamin Netanyahu ໃຫ້ຮູ້ວ່າ: ວັນທີ 4 ກຸມພາ ລັດຖະບານ ອິດສະລາແອນ ຫັນກົດລະບຽບຂອງເຂດ Havat Gilad ຖືກຕາມກົດໝາຍ, ຕາມນັ້ນແລ້ວ ເຂດ Havat Gilad ຈະກາຍເປັນ “ປະຊາຄົມໃໝ່” ໄດ້ອອກໜັງສືອະນຸຍາດກໍ່ສ້າງທີ່ຈຳເປັນ ແລະ ໄດ້ຊົມໃຊ້ງົບປະມານຂອງລັດ.

        ບັນດາເຂດຕັ້ງຖິ່ນຖານຄົງທີ່ນອນໃນເຂດດິນແດນຂອງ ປາແລັດສະຕິນ ທີ່ຖືກ ອິດສະລາແອນ ຢືດຄອງໃນສົງຄາມຕາເວັນອອກກາງເມື່ອປີ 1967. ປະຊາຄົມສາກົນໄດ້ກ່າວປະນາມເປັນຫລາຍຄັ້ງວ່າ ບັນດາເຂດຕັ້ງຖິ່ນຖານຄົງທີ່ຢູ່ເຂດຢືດຄອງຝັ່ງຕາເວັນຕົກ ແລະ Jerusalem ຕາເວັນອອກແມ່ນຜິດກັບກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ