ອິດສະລາແອນຮັບຮອງເອົາແຜນການກໍ່ສ້າງໃໝ່ຢູ່ຝັ່ງຕາເວັນຕົກ

ອິດສະລາແອນຮັບຮອງເອົາແຜນການກໍ່ສ້າງໃໝ່ຢູ່ຝັ່ງຕາເວັນຕົກ - ảnh 1
(ພາບປະກອບ)

(vovworld) - ​ ວັນ​ທີ 25/01 ໜັງສືພິມ “Haaretz” ຂອງ ອິດສະ​ລາ​ແອນ ​ໄດ້​ໃຫ້ຂ່າວ​ວ່າ ​ໃນ​ອາທິດ​ຜ່ານ​ມາ ອຳ​ນາດ​ການ​ປົກຄອງ ອິດສະ​ລາ​ແອນ ​ໄດ້​ຮັບຮອງ​ເອົາ​ແຜນການ​ກໍ່ສ້າງເຮືອນ​​ໃໝ່​ 153 ຫລັງຢູ່​ບັນດາ​ເຂດຕັ້ງຖິ່ນ​ຖານຄົງ​ທີ່ຢູ່​ຝັ່ງ​ຕາ​ເວັນ​ຕົກ, ​ເປັນ​ຂີດ​ໝາຍສິ້ນ​ສຸດຂໍ້​ຕົກລົງ​ບໍ່​ເປັນ​ທາງ​ການ ກ່ຽວ​ກັບ​​ເລື່ອງ​ຢຸດຕິ​ການ​ກໍ່ສ້າງ​ທີ່​ໄດ້​ແກ່ຍາວ​ເປັນ​ເວລາ 18 ​ເດືອນຜ່ານ​ມາ. ​ໃນ​ເກື​ອບ 2 ປີຜ່ານມາ, ລັດຖະບານ ອິດສະ​ລາ​ແອນ ​ເກືອບ​ຄື​ວ່າ: ​ໄດ້ປະຕິ​ເສດການ​ຊຸກຍູ້​ບັນດາ​ແຜນການ​ກໍ່ສ້າງ​ໃໝ່ ຢູ່​ບັນດາ​ເຂດທີ່​ພວມ​ຢຶດຄອງ, ຍ້ອນ​ຢ້ານ​ອຳນາດ​ການ​ປົກຄອງ ອາ​ເມ​ລິ​ກາ ຈະ​ໂຕ້ຕອບ ດ້ວຍ​ວິທີ​ປະຕິ​ເສດ​ການນຳ​ໃຊ້​ບັດຄັດຄ້ານ​ສຳລັບ​ບັນດາ​ມະຕິຕ້ານ​ ອິດສະ​ລາ​ແອນ ຢູ່​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ. ບັນດາ​​ແຜນການໜຶ່ງ​ດຽວທີ່​ໄດ້​ຮັບ​ການ​ສົ່ງ​ເສີມ​​ແມ່ນກ່ຽວຂ້ອງ​ເຖິງ​​ເລື່ອງ​ເຮັດ​ໃຫ້​ບັນດາ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງທີ່​ທີ່​ຍັງ​ຄົງ​ຄ້າງ ຫລື ບັນດາ​ແຜນການ​ສັງ​ລວມ​ໃຫ້​ພາກ​ພື້ນ ​ໃຫ້​ຖືກຕ້ອງ​ກັບ​ກົດໝາຍ.

ຂ່າວ/ບົດ​ອື່ນ