ອິດສະຮາແອນ ແລະ ບັນດາຝ່າຍ ປາແລດສະຕິນ ຢູ່ເຂດ Gaza ຕົກລົງຢຸດຍິງ

ອິດສະຮາແອນ ແລະ ບັນດາຝ່າຍ ປາແລດສະຕິນ ຢູ່ເຂດ Gaza ຕົກລົງຢຸດຍິງ - ảnh 1
( ພາບປະກອບ )

( vovworld ) - ວັນ​ທີ 13/3, ​ເຈົ້າ​ໜ້າ​ທີ່ສືບ​ຂ່າວອີ​ຍີບ ຄົນ​ໜື່ງ​ໃຫ້​ຮູ້​ວ່າ, ອິດສະຮາ​ແອນ ​ແລະ ບັນດາພັກ​ຝ່າຍປາ​ແລດ​ສະຕິ​ນ ຢູ່​ເຂດ Gaza ​ໄດ້​ເຫັນ​ດີ​ຢຸດ​ຍິງຢ່າງຮອບດ້ານລະຫວ່າງ​ສອງ​ຝ່າຍ​ພາຍຫຼັງ​​ເກີດ​​ການ​ປະ​ທະ​ກັນ​ທີ່​ນອງ​ເລືອດ 4 ວັນ. ຕາມ​ຂໍ້​ຕົກລົງ​ຢຸດ​ຍິງ, ​ເລີ່​ມຕົ້ນ​ມີ​ຜົນ​ສັກສິດ​​ແຕ່​ເວ​ລາ 1 ​ໂມງ​​ເຊົ້າ​ວັນ​ທີ 13/3, ຝ່າຍປາ​ແລດ​ສະຕິນ ຢຸດ​ຍິງ​ລູກ​ຈະ​ຫຼວດ​ໃສ່​ເຂດ​ດິນ​ແດນ​ຂອງອິດສະຮາ​ແອນ, ພ້ອມ​ກັນ​ນັ້ນ​ຝ່າຍອິດສະຮາ​ແອນ ກໍ່ຢຸດຕິ​ການ​ບຸກ​ໂຈມ​ຕີທາງ​ອາກາດ​​ໃສ່ບັນດາ​ມື​ປຶ​ນປາ​ແລດ​ສະຕິນ ຢູ່​ເຂດ Gaza. ຂໍ້​ຕົກລົງ​ບັນ​ລຸ​ໄດ້​ພາຍ​ຫຼັງ​ອີ​ຍີບ ​ເພີ່ມ​ທະວີ​ການ​ຕິດ​ຕໍ່​ພົວພັນ​ກັບສອງ​ຝ່າຍ​ໃນ​ຄວາມ​ມານ​ະພະຍາຍາມ​ເພື່ອ​ແນ​ໃສ່ “ ສະກັດ​ກັ້ນບັນດາ​ການ​ເຄື່ອນ​ໄຫວ​ດ້ານການ​ທະຫານ​ໃສ່​ເຂດ Gaza ​ແລະ ຢຸດຕິສະພາບ​ນອງ​ເລືອດຂອງ​ຊາວປາ​ແລດ​ສະຕິນ ”. ປະຈຸ​ບັນ​ຍັງ​ບໍ່​ທັນ​ມີ​ຄຳ​ວິຈານ​​ໃດໆຈາກ​ສອງ​ຝ່າຍ.

ຂ່າວ/ບົດ​ອື່ນ