ອັດສະໄຫມປະຊຸມ ຄັ້ງທີ 6 ສະພາທິດສະດີ ສູນກາງ

ອັດສະໄຫມປະຊຸມ     ຄັ້ງທີ 6 ສະພາທິດສະດີ     ສູນກາງ - ảnh 1
ທ່ານ ດີ​ນ​ເທ​ຮູ​ນປະທານ​ສະພາ​ທິດ​ສະ​ດີ​ສູນ​ກາງ​ກ່າວຄຳເຫັນທີ່ກອງປະຊຸມ
ພາບ:TTXVN


(vovworld)- ສະ​ໄຫມ​ປະຊຸມ​ຄັ້ງ​ທີ 6 ສະພາ​ທິດ​ສະ​ດີ​ສູນ​ກາງ ​ໄດ້​ອັດ​ລົງ​ໃນ​ວັນ​ທີ 3/1 ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ອັດ​ກອງ​ປະຊຸມ, ທ່ານ ດີ​ນ​ເທ​ຮູ​ນ (Đinh Thế Huynh) ກຳມະການ​ກົມ​ການ​ເມືອງ, ຫົວຫນ້າ​ຄະນະ​ໂຄສະ​ນາ​ສຶກສາ​ສູ​ນກາງ, ປະທານ​ສະພາ​ທິດ​ສະ​ດີ​ສູນ​ກາງ​ໄດ້​ສະ​ເຫ​ນີບັນດາ​ສະມາຊິກ​ໃນ​ສະພາ ຈົ່ງ​ສຸມ​ໃສ່​ກະກຽ​ມການ​ສະຫລຸບ 3 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່,ຜັນ​ຂະຫຍາຍ​ໂຄງການ​ຄົ້ນ​ຄ້ວາ​ວິທະຍາສາດ ທິດ​ສະ​ດີກາ​ນ​ເມືອງ​ໄລຍະ 2011- 2015. ກ່ອນ​ຫນ້າ​ນັ້ນ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ຮ່າງ​ບົດ​ລາຍ​ງານ​ໃຫ້​ຄຳ​ປຶກສາ​ກ່ຽວກັບ​​ແຜນ​ນະ​ໂຍບາຍ, ມາດ​ຕະການ​ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ,​ຍູ້​ແຮງ​ວຽກ​ງານ​ປົກ​ປັກ​ຮັກສາ​ຊັບ​ພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ເພື່ອ​ກະກຽມ​ບັນດາ​ແຜ​ນຮ່າງ​ຍື່ນ​ສະ​ເຫ​ນີຕໍ່​ກອງ​ປະ​ຊຸມ​ສູນ​ກາງ​ຄັ້ງ​ທີ 7. ທ່ານ ​ເຈີ​ນກວັກ​ຕວ໋ານ, ກຳມະການ​ສະພາ​ທິດ​ສະ​ດີ​ສູນ​ກາງ ​ໃຫ້​ຮູ້​ວ່າ:

        “​ໃນ​ໄລຍະ​ຍາວ, ຮູບ​​ແບບ​ການ​ເຕີບ​ໂຕ​ແມ່ນ​ຕາມລວງ​ກວ້າງ ຕິດ​ພັນ​ກັບ​​ເລື່ອງຊັບພະຍາກອນ, ທີ່​ດິນ, ​​ໂລຫະ​ຖືກ​ຂຸດ​ຄົ້ນ​ເກ​ີນຂອບ​​ເຂດ, ​ເຮັດ​​ໃຫ້​ຊີວະ​ນາໆ​ພັນ, ຊັບພະຍາກອນ​ຊີວະ​ພາບ​ສືບ​ຕໍ່​ຖືກ​ຊຸດ​ໂຊມ. ນີ້​ແມ່ນ​ບັນຫາ​ຕ້ອງ​ໄດ້ຮັບ​ການ​ແກ້​ໄຂ​ໃນ​ໄລຍະ​ຈະ​ມາ​ເຖິງ. ອີກ​ດ້ານ​ຫນຶ່ງ ຫວຽດນາມ ມີ​ກວ່າ 60% ​ແຫ​ລ່ງນ້ຳ​ແມ່ນ​ຂຶ້ນ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ.​ ນີ້​ແມ່ນ​ສິ່ງ​ທ້າ​ທາຍ​ສຳລັບ ຫວຽດນາມ ​ໃນ​ການ​ຄ້ຳປະກັນ​​ແຫ​ລ່ງນ້ຳ, ຄຸນ​ນະພາ​ບນ້ຳ, ສິ່ງ​​ແວດ​ລ້ອມ, ​ການ​ແກ້​ໄຂ​ມົນ​ລະ​ພິດ, ຮັບປະກັນ​ການ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ​ຂອງ ຫວຽດນາມ ຢູ່ ລຸ່ມ​ແມ່​ນ້ຳ.”

ຂ່າວ/ບົດ​ອື່ນ