ອຸດສາຫະກຳສະບຽງອາຫານ ຫວຽດນາມ ພວມແຊກຊຶມເຂົ້າຕະຫລາດ ເອີຣົບ

(VOVWORLD) - ວິສາຫະກິດ ຫວຽດນາມ ປະມານ 30 ແຫ່ງໄດ້ເຂົ້າຮ່ວມງານຕະຫລາດນັດສາກົນອຸດສາຫະກຳສະບຽງອາຫານ Paris (SIAL) ຊຶ່ງໄດ້ດຳເນີນແຕ່ວັນທີ 21 – 25 ຕຸລາ ຢູ່ສູນວາງສະແດງ Villepinte, ນະຄອນຫລວງ Paris ປະເທດ ຝຣັ່ງ.
ອຸດສາຫະກຳສະບຽງອາຫານ ຫວຽດນາມ ພວມແຊກຊຶມເຂົ້າຕະຫລາດ ເອີຣົບ - ảnh 1ອຸດສາຫະກຳສະບຽງອາຫານ ຫວຽດນາມ ພວມແຊກຊຶມເຂົ້າຕະຫລາດ ເອີຣົບ (ພາບ: TTXVN) 

ການເຄື່ອນໄຫວນີ້ ນອນໃນຂອບເຂດຂອງໂຄງການສົ່ງເສີມການຄ້າແຫ່ງຊາດ, ພາຍໃຕ້ການເປັນປະທານຂອງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ. ຮ້ານວາງສະແດງຂອງ ຫວຽດນາມ ໄດ້ສ້າງຄວາມປະທັບໃຈໃຫ້ແຂກຜູ້ມາຢ້ຽມຊົມກ່ຽວກັບຂະແໜງສະບຽງອາຫານຂອງ ຫວຽດນາມ ທີ່ຂະຫຍັນຂັນເຄື່ອນ, ມຸ່ງໄປເຖິງການສະໜອງບັນດາຜະລິດຕະພັນທີ່ມີມູນຄ່າເພີ່ມສູງ. ບັນດາຜະລິດຕະພັນສະບຽງອາຫານສົ່ງອອກທີ່ເປັນທ່າແຮງຂອງ ຫວຽດນາມ ໄດ້ວາງສະແດງຢູ່ຕະຫລາດ ເອີຣົບ ຄື: ຜັກໝາກໄມ້, ໝາກພິກໄທ, ແຄ່, ໝາກມ່ວງຫິມະພານ, ນ້ຳເຜີ້ງ, ເຂົ້າສານ ແລະ ບັນດາຜະລິດຕະພັນຈາກເຂົ້າສານ…

       SIAL Paris ແມ່ນໜຶ່ງໃນບັນດາງານຕະຫລາດນັດໃຫຍ່ ແລະ ມີອິດທິພົນຊື່ສຽງແຖວໜ້າຂອງໂລກກ່ຽວກັບຂົງເຂດສະບຽງອາຫານ ແລະ ເຄື່ອງດື່ມ. ໂດຍຈັດຕັ້ງ 2 ປີເທື່ອໜຶ່ງ, SIAL Paris ໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດນັບພັນໆແຫ່ງທີ່ມາຈາກປະມານ 200 ປະເທດ, ກໍ່ຄືແຂກຜູ້ມາຢ້ຽມຊົມນັບແສນຄົນທີ່ມາຊອກຫາກາລະໂອກາດການຮ່ວມມືລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ