ອັດເວທີປາໄສ MDEC ຊອກຈັງ 2014

ອັດເວທີປາໄສ MDEC ຊອກຈັງ 2014 - ảnh 1
ອັດ​ເວທີ​ປາ​ໄສ MDEC ຊອກ​ຈັງ 2014
(ພາບ: thanhtra.com.vn)


(vovworld) – ​ເວທີ​ປາ​ໄສຮ່ວມ​ມື​ເສດຖະກິດ​ເຂດ​ທົ່ງພຽງ​ແມ່ນ​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດນາມ, MDEC ຊອກ​ຈັງ 2014, ​ໄດ້​ອັດ​ລົງ​ໃນ​ຕອນ​ຄໍ່າ​ວັນ​ທີ 07/11, ພາຍ​ຫຼັງ​​ເຮັດ​ວຽກມາ​ເປັນ​ເວລາ 3 ວັນ. ຕາມ​ຄະນະ​ຊີ້​ນຳ MDEC ຊອກ​ຈັງ 2014 ​ແລ້ວ, ​ເວທີ​ປາ​ໄສ​ຄັ້ງ​ນີ້​ ​ໄດ້​ເຕົ້າ​​ໂຮມ​ບັນດາ​ຂໍ້​ລິ​ເລີ່່ມ, ມາດ​ຕະການ​ແກ້​ໄຂ​ຢ່າງ​ລະອຽດ ​ເພື່ອ​ປະຕິບັດ​​ແຜນ​ຮ່າງ​ສ້າງ​​ໂຄງ​ປະກອບ​ພື້ນຖານ​ກະສິກຳ​ຄືນ​ໃໝ່ ຕາມ​ທິດ​ຍົກ​ສູງ​ມູນ​ຄ່າ​ເພີ່ມ ​ແລະ ພັດທະນາ​ຢ່າງ​ໝັ້ນຄົງ ຕິດ​ພັນ​ກັບ​ການ​ກໍ່ສ້າງ​ຊົນ​ນະ​ບົດ​ໃໝ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ. ​ເນື່ອງ​ໃນ​ໂອກາດ​ນີ້, ບັນດາ​ທະນາຄານ​ການ​ຄ້າ ​ແລະ ວິ​ສາ​ຫະກິດ​ໜູນ​ຊ່ວຍ​​ກວ່າ 480 ຕື້​ດົງ ​ໃຫ້​ກອງ​ທຶນ​ຮັບປະກັນ​ຊີວິດ​ສັງຄົມ; ມີ 67 ​ໂຄງການ​ຈຸດ​ສຸມ​ໃນ​ຂົງ​ເຂດ​ກະສິກຳ, ຊົນນະບົດ​ໄດ້​ຮັບ​ການ​ແນະນຳ ດ້ວຍ​ຈຳນວນ​ທຶນ​ກວ່າ 22 ຕື້​ດົງ ​ແລະ ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ລົງທຶນ​ບັນດາ​ໂຄງ​ການ​ໃນ​ບໍລິ​ເວັນ​ແຂວງ​ຊອກ​ຈັງ ດ້ວຍ​ຈຳນວນ​ທຶນ​ກວ່າ 2,8 ຕື້ USD.

ຂ່າວ/ບົດ​ອື່ນ