ອັດເວທີປາໄສລັດຖະສະພາອາຊີ-ປາຊີຟິກຄັ້ງທີ 21

ອັດເວທີປາໄສລັດຖະສະພາອາຊີ-ປາຊີຟິກຄັ້ງທີ 21 - ảnh 1

(ພາບ: ອິນ​ເຕີ​ແນັດ)

(vovworld):  ພາຍ​ລັງ​ດຳ​ເນີນ​ການ​ເຮັດ​ວຽກ​ມາ​ເປັນ​ເວລາ 3 ມື້ຢູ່​ນະຄອນ Vladivostok -ສະຫະພັນ​ລລັດ​ເຊຍ, ເວທີ​ປາ​ໄສ​ລັດຖະສະພາ​ອາຊີ-​ປາຊີ​ຟິກຄັ້ງທີ 21 (APPF-21) ​ໄດ້​ອົງ​ລົງ ​ແລະ ອອກ​​ມະຕິ​ລວມມີເອກະສານ 14 ສະບັບ ​ແລະ ຖະ​ແຫຼງການ​ຮ່ວມ​ສະບັບ​ໜຶ່ງ. ​ໃນ​ຂອບ​ເຂດ APPF-21, ບັນດາ​ທ່ານ​ສະມາຊິກ​ລັດຖະສະພາ​ມາ​ຈາກ 28 ປະ​ເທດ​ສະມາຊິກ ​ແລະ ຜູ້ຕາງໜ້າ​ບັນດາ​ອົງການ​ລັດຖະສະພາ​ສາກົນ​ໄດ້​ປຶກສາ​ຫາລື​ໃນ​ວາລະ​ປະຊຸມ​ຄົບ​ຄະນະ​ກ່ຽວ​ກັບ​ບັນດາ​ບັນຫາ​ການ​ເມືອ​ງ-ການ​ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຮ່ວມ​ມື​ດ້ານ​ການ​ຄ້າ-​ເສດຖະກິດ, ການ​ຮ່ວມ​ມື​ລະຫວ່າງ​ທ້ອງ​ຖິ່ນ​ຢູ່ອາຊີ-​ປາຊີ​ຟິກ ​ແລະ ​ເຫັນ​ດີຕໍ່ກາ​ນ​ເຄື່ອນ​ໄຫວ​ໃນ​ໄລຍະ​ຕໍ່​ໄປ​ຂອງ APPF ​ໃນ​ໄລຍະ​ຈະ​ມາ​ເຖິງ.

   ຄະນະ​ຜູ້​ແທນ​ຫວຽດນາມ​ເຂົ້າຮ່ວມ APPF-21 ​ໄດ້​ສະ​ເໜີ​ບົດ​ປະກອບ​ຄວາມ​ເຫັນ​ທີ່​ທຸກໆ​ວາລະ​ເຮັດ​ວຽກ ຊື່​ງ​ໃນ​ນັ້ນ​ໄດ້​ຍົກ​ອອກ​ຂໍ້​ລິ​ເລິ່ມ​ໃນ​ການ​ເຄື່ອນ​ໄຫວ​ນິຕິ​ທຳ, ກົນ​ໄກ​ສົມທົບ​ລະຫວ່າງ​ລັດຖະສະພາ​ບັນດາ​ປະ​ເທດ APPF ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ ມີບົດ​ປະກອບ​ຄວາມ​ເຫັນ​ສຳຄັນ​ກ່ຽວຂ້ອງ​ເຖິງ​ຂົງ​ເຂດຄຳປະກັນ​ດ້ານ​ສະບຽງ​ອາຫານ​ຢູ່ອາຊີ-​ປາຊີ​ຟິກ ​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ເວທີ​ປາ​ໄສ.

ຂ່າວ/ບົດ​ອື່ນ