ອັດເວທີປາໄສເຊື່ອມຕໍ່ ເລີ່ມທຸລະກິດ Startup ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ

(VOVWORLD) -ໄວໜຸ່ມຂອງພວກເຮົາມີຄວາມເກັ່ງກ້າສາມາດທີ່ສຸດ ໄດ້ເຂົ້າຮ່ວມຢ່າງກະຕືລືລົ້ນ ແລະ ມົວເມົາ
ອັດເວທີປາໄສເຊື່ອມຕໍ່ ເລີ່ມທຸລະກິດ Startup ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ - ảnh 1 ຜູ້ແທນພາຍໃນ ແລະ ຕ່າງປະເທດ ກວ່າ 400 ຄົນ ເຂົ້າຮ່ວມເວທີປາໄສເຊື່ອມຕໍ່ການເລີ່ມທຸລະກິດ Startup ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ

ວັນທີ 27 ມິຖຸນາ, ເວທີປາໄສເຊື່ອມຕໍ່ການເລີ່ມທຸລະກິດ Startup ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ອັດລົງ ພາຍຫຼັງການເຮັດວຽກມາເປັນເວລາ 02 ວັນ. ໃນຂອບເຂດຂອງເວທີປາໄສ, ກ່ອນດຳເນີນພິທີອັດ, ວິສາຫະກິດເລີ່ມທຸລະກິດ Startup 8 ແຫ່ງ ໄດ້ນຳສະເໜີແນວຄວາມຄິດຂອງຕົນ. ຫຼັງຈາກນັ້ນ, ບັນດານັກຊ່ຽວຊານປະກອບຄຳເຫັນ ແລະ ໃຫ້ຄຳປຶກສາໂດຍກົງ ກ່ຽວກັບການກຳນົດທິດພັດທະນາຜະລິດຕະພັນ ແລະ ພັດທະນາວິສາຫະກິດ,  ລະດົມແຫຼ່ງທຶນ. ເນື້ອໃນດັ່ງກ່າວ ໄດ້ດຶງດູດຄວາມສົນໃຈ ເຂົ້າຮ່ວມຂອງຫຼາຍວິສາຫະກິດເລີ່ມທຸລະກິດ Startup ແລະ ບັນດານັກລົງທຶນ. ເມື່ອ ຕີລາຄາກ່ຽວກັບໝາກຜົນຂອງເວທີປາໄສ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ປະທານຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ, ໃຫ້ຂໍ້ສັງເກດວ່າ:

        “ພວກຂ້າພະເຈົ້າໄດ້ຈັດຕັ້ງເວທີປາໄສປະສົບຜົນສຳເລັດຢ່າງຈົບງາມ ດ້ວຍວິສາຫະກິດໜຸ່ມ ກວ່າ 400 ແຫ່ງ ແລະ ພວກຂ້າພະເຈົ້າມີຄວາມ ປະຫຼາດໃຈທີ່ສຸດ ເມື່ອເຫັນ ໄວໜຸ່ມຂອງພວກເຮົາມີຄວາມເກັ່ງກ້າສາມາດທີ່ສຸດ ໄດ້ເຂົ້າຮ່ວມຢ່າງກະຕືລືລົ້ນ ແລະ ມົວເມົາ”.

 ທ່ານ Patrick ຫງວຽນ, ຜູ້ອຳນວຍການຂອງໂຄງການ Ekid Studio - ນຳໃຊ້ເຕັກໂນໂລຢີ AR ໃຫ້ຮູ້ວ່າ:

        “ບັນດານັກປາຖະກະຖາ ຊ່ວຍໄດ້ຫຼາຍຢ່າງ. ອາດຈະແມ່ນວ່າ ແຕ່ລະຄົນມີໜຶ່ງຄຳເຫັນ ຫຼືໜຶ່ງທັດສະນະທີ່ແຕກຕ່າງກັນ. ບັນຫາຍັງເຫຼືອ ແມ່ນຢູ່ນຳເຮົາ, ເຮົາຈະນຳໃຊ້ມັນໃນກໍລະນີໃດ ເພື່ອເຮັດໃຫ້ວຽກງານຂອງເຮົາດີກວ່າ”.

        ພາຍໃນສອງວັນເຮັດວຽກ, ເວທີປາໄສເຊື່ອມຕໍ່ການເລີ່ມທຸລະກິດ Startup ຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ສ້າງຕັ້ງຕາໜ່າງຕິດຕໍ່ພົວພັນລະຫວ່າງບັນດາການເລີ່ມທຸລະກິດ Startup ຫວຽດນາມຢູ່ພາຍໃນ ແລະ ຕ່າງປະເທດ, ກໍຄືສຳລັບບັນດານັກຊ່ຽວຊານໃຫ້ຄຳປຶກສາ, ສ້າງກາລະໂອກາດ ເພື່ອໃຫ້ບັນດາການເລີ່ມທຸລະກິດ Startup ສຳຜັດກັບບັນດາກອງທຶນ, ສະພາບແວດລ້ອມແຫ່ງການເລີ່ມທຸລະກິດ Startup ຢູ່ຫວຽດນາມ.

Phi Ha


ຕອບກັບ

ຂ່າວ/ບົດ​ອື່ນ