ອ​ີ​ຕາ​ລີ ຍົກ​ອອກ​​ບຸ​ລິ​ມະ​ສິດ ໃນ​ອະຍຸ​ການດຳ​ລົງ​ຕຳ​ແໜ່ງ ​ປະ​ທານ G7

(VOVWORLD) - ຄາດວ່າ ກອງປະຊຸມສຸດຍອດ G7 ຈະຈັດຂຶ້ນໃນເດືອນມິຖຸນາ. ເຖິງຢ່າງໃດກໍ່ຕາມ, ການນຳ ອີຕາລີ ຢາກຈັດວາລະປະຊຸມພິເສດ ກ່ອນເດືອນມິຖຸນາ ເພື່ອສຸມໃສ່ປຶກສາຫລືບັນດາບັນຫາກ່ຽວກັບ AI. 
ອ​ີ​ຕາ​ລີ ຍົກ​ອອກ​​ບຸ​ລິ​ມະ​ສິດ ໃນ​ອະຍຸ​ການດຳ​ລົງ​ຕຳ​ແໜ່ງ ​ປະ​ທານ G7 - ảnh 1ທ່ານນາງ Giorgia Meloni ນາຍົກລັດຖະມົນຕີ ອີຕາລີ (ພາບ: AFP/TTXVN)

ວັນທີ 4 ມັງກອນ, ທ່ານນາງ Giorgia Meloni ນາຍົກລັດຖະມົນຕີ ອີຕາລີ ໃຫ້ຮູ້ວ່າ ບັນຫາໜູນຊ່ວຍການພັດທະນາຢູ່ ອາບຟຼິກກາ ແລະ ຄວາມສ່ຽງຊ້ອນແຝງຈາກເຕັກໂນໂລຢີ ປັນຍາປະດິດ (AI) ຈະແມ່ນ 2 ໃນຈຳນວນບັນດາຫົວເລື່ອງຫຼັກ ຢູ່ ກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳ ພັດທະນາ (G7) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໃນປີນີ້. ອີຕາລີ ໄດ້ຮັບດຳລົງຕຳແໜ່ງເປັນປະທານໝູນວຽນ ຂອງ G7 ນັບແຕ່ວັນທີ 1 ມັງກອນທີ່ຜ່ານມາ.

ຕາມທ່ານນາງ Giorgia Meloni ນາຍົກລັດຖະມົນຕີ ແລ້ວ, ຄາດວ່າ ກອງປະຊຸມສຸດຍອດ G7 ຈະຈັດຂຶ້ນໃນເດືອນມິຖຸນາ. ເຖິງຢ່າງໃດກໍ່ຕາມ, ການນຳ ອີຕາລີ ຢາກຈັດວາລະປະຊຸມພິເສດ ກ່ອນເດືອນມິຖຸນາ ເພື່ອສຸມໃສ່ປຶກສາຫລືບັນດາບັນຫາກ່ຽວກັບ AI. ທີ່ການຖະແຫຼງຂ່າວ ໃນທ້າຍປີ 2023, ທ່ານນາງ Giorgia Meloni ໄດ້ເນັ້ນໜັກເຖິງ ຄວາມວິຕົກກັງວົນ AI ຈະກໍ່ຜົນກະທົບ ຕໍ່ຕະຫຼາດແຮງງານ. ນອກຈາກນັ້ນ, ທ່ານນາງ Giorgia Meloni ໄດ້ຖືວ່າ ການໜູນຊ່ວຍການພັດທະນາຂອງພາກພື້ນ ອາບຟຼິກກາ ກໍ່ຈະແມ່ນຫົວຂໍ້ຈຸດສຸມຂອງ G7. ຕາມທ່ານນາງ Giorgia Meloni ແລ້ວ, ການໜູນຊ່ວຍພັດທະນາເສດຖະກິດ ແລະ ຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນຢູ່ ທະວີບນີ້ ຈະປະກອບສ່ວນສະກັດກັ້ນ ກະແສຊາວອົບພະຍົບ ໄປຍັງເອີຣົບ. ໄປຄຽງຄູ່ກັນນັ້ນ, ການປະທະກັນລະຫວ່າງຂະບວນການອິດສະລາມ ຮາມາດ ແລະ ອິດສະລາແອັນ ຢູ່ ເຂດ ກາຢາ ກໍ່ແມ່ນຫົວຂໍ້ໃຫຍ່ ເຊິ່ງບັນດາການນຳ G7 ອາດຈະນຳມາປຶກສາຫາລືໃນປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ