ອີຕາລີ ເພີ່ມທະວີການເນລະເທດຊາວອົບພະຍົບຢ່າງຜິດກົດໝາຍ

ອີຕາລີ ເພີ່ມທະວີການເນລະເທດຊາວອົບພະຍົບຢ່າງຜິດກົດໝາຍ - ảnh 1
(ພາບປະກອບ / EPA/TTXVN)

(vovworld) - ​​ ວັນ​ທີ 08/02 ລັດຖະມົນຕີ​ກະຊວງ​ພາຍ​ໃນ ອີ​ຕາ​ລີ ທ່ານ Marco Minniti ຖະ​ແຫຼ​ງວ່າ ຈະ​ເພີ່ມ​ທະວີ​ການ​​ເນລະ​ເທດ​ຊາວ​ອົບ​ພະຍົບ​ເຂົ້າ ອີ​ຕາ​ລີ ຢ່າງ​ຜິດ​ກົດໝາຍ ພ້ອມ​ທັງ ຈະ​ສ້າງ​ສູນ​ກັກ​ຕົວ​ຊາວ​ອົບ​ພະຍົບຢ່າງ​ຜິດ​ກົດໝາຍທີ່​ພວມ​ລໍ່​ຖ້າ​​ເນລະເທດຕື່ມ​ອີກ. ​ເມື່ອ​ເດືອນ 12/2016, ກະຊວງ​ພາຍ​ໃນ ອີ​ຕາ​ລີ ​ເຄີຍ​ຖະ​ແຫຼ​ງວ່າ ຈະ​ນຳ​ໃຊ້​ນະ​ໂຍບາຍ​ແຂງ​ກະດ້າງ​ກ່ວາ ສຳລັບ​ຊາວ​ອົບ​ພະຍົບ​ໃນ​ປີ​ນີ້, ​ແຕ່​ບໍ່​ກ່າວ​ແຈ້ງ​ແຜນການລາຍ​ລະອຽດ. ​ວັນ​ທີ 08/02 ໃນ​ການ​ອະພິປາຍ​ຕໍ່ສະພາ​ຕ່ຳ​ເປັນ​ຄັ້ງ​ທຳ​ອິດ​ທີ່ທ່ານ Minniti ​ໄດ້​ລາຍ​ງານ​ແຜນການ​ຂອງ​ຕົນ​ຢ່າງ​ເປີດ​ເຜີຍ. ຕາມ​ທ່ານ Minniti ​ແລ້ວ ອີ​ຕາ​ລີ ຕ້ອງ​​ເນລະ​ເທດຊາວ​ອົບ​ພະຍົບທີ່​ລະ​ເມີດ​ກົດໝາຍ ​ແລະ ບໍ່​ມີມາດຕະຖານ​ຢ່າງ​ຄົບ​ຖ້ວນເພື່ອ​ໄດ້​ຮັບ​ການ​ຄຸ້ມ​ຄອງ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ