ອີຕາລີ ເລືອກຕັ້ງ ສະພາທ້ອງຖິ່ນຮອບທີ 2

ອີຕາລີ ເລືອກຕັ້ງ ສະພາທ້ອງຖິ່ນຮອບທີ 2 - ảnh 1
(ພາບປະກອບ)
(vovworld) - ວັນ​ທີ 09/06, ຜູ້​ມີ​ສິດ​ເລືອກ​ຕັ້ງ​ອີ​ຕາ​ລີ ​ເລີ່​ມ​ໄປ​ປ່ອນ​ບັດ​​ໃນ​ການເລືອກ​ຕັ້ງ​ທ້ອງ​ຖິ່ນຮອບ​ທີ 2 ​ເພື່ອ​ເລືອກຕັ້ງ​ບັນດາ​ເຈົ້າ​ຄອງ​ນະຄອນ ​ແລະ ສະພາ​ນະຄອນ​ຢູ່ 67 ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ເຊິ່ງບໍ່​ມີ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ທ່ານໃດໆ​ຍາດ​ໄດ້​ກວ່າ 50% ຈຳນວນ​ບັດ​ເລືອກ​ຕັ້ງ ​ເພື່ອ​ຍາດ​ເອົາ​ໄຊຊະນະ​ໃນ​ຮອບ​ເລືອກ​ຕັ້ງ​ທີ 1 ​ເຊິ່ງດຳ​ເນີນ​ກ່ອນ​ນີ້ໃນ 2 ອາທິດ​ກ່ອນ. ​ໃນ​ການ​ເລືອກ​ຕັ້ງ​ຮອບ​ທີ 2 ຖືກ​ດຳ​ເນີນ​ ໃນ​ລະຫວ່າງ​ວັນ​ທີ 9 – 10/06, ຫາງ​ສຽງ​ອີ​ຕາ​ລີ ສືບ​ຕໍ່ສຸມ​ຄວາມ​ເອົາ​ໃຈ​ໃສ່ເຂົ້າ​ໃນ​ການ​ເລືອກ​ຕັ້ງ​​ເຈົ້າ​ຄອງ​ນະຄອນ Rome ລະຫວ່າງ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ 2 ທ່ານ​ທີ່​ຍາດ​ໄດ້​ບັດ​ເລືອກ​ຕັ້ງ​ຫຼາຍ​ກ່ວາ​ໝູ່​ຢູ່​ຮອບ​ເລືອກ​ຕັ້ງ​ທີ 1 ​ແມ່ນ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງທ່ານ Ignazio ຂຶ້ນ​ກັບ​ຝ່າຍ​ກາງ​ຊາຍ ​ແລະ ​ເຈົ້າ​ຄອງ​ນະຄອນ Gianni Alemanno ຂຶ້ນ​ກັບ​ຝ່າຍ​ກາງ​ຂວາ​ຂອງ​ອະດີດນາຍົກລັດຖະມົນຕີ Silvio Berlusconi. ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ​ຮອບທີ 2 ຂັ້ນ​ທ້ອງ​ຖິ່ນ​ຢູ່​ອີ​ຕາ​ລີ ຄາດ​ວ່າ​ຈະ​ປະກາດ​ໃນ​ຕອນ​ຄໍ່າ​ວັນ​ທີ 10/06.
ຂ່າວ/ບົດ​ອື່ນ