ອີ​ຕາ​ລີ ໃຫ້​ສັດ​ຕ​ະ​ຍາ​ບັນ EVIPA ໂນ​ໂອ​ກາດປະ​ທານ​ປະ​ເທດ ຫວຽດ​ນາມ ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ອີ​ຕາ​ລີ

(VOVWORLD) - ທ່ານປະທານາທິບໍດີ Sergio Mattarella ໃຫ້ຮູ້ວ່າ ຈະສົ່ງເອກະສານ ຂອງລັດຖະສະພາ ອີຕາລີ ທີ່ໃຫ້ສັດຕະຍາບັນສັນຍາ ອາລັກຂາ ການລົງທຶນ ຫວຽດນາມ - ສະຫະພາບເອີລົບ (EVIPA) ໃຫ້ທ່ານປະທານປະເທດ ຫວໍວັນເຖືອງ.
ອີ​ຕາ​ລີ ໃຫ້​ສັດ​ຕ​ະ​ຍາ​ບັນ EVIPA ໂນ​ໂອ​ກາດປະ​ທານ​ປະ​ເທດ ຫວຽດ​ນາມ ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ອີ​ຕາ​ລີ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ທ່ານປະທານາທິບໍດີ ອີຕາລີ Sergio Mattarella ເປັນປະທານຮ່ວມການຖະແຫຼງຂ່າວ (ພາບ: VOV)

ພາຍຫຼັງການເຈລະຈາລະດັບສູງ ໃນຂອບເຂດການຢ້ຽມຢາມອີຕາລີ ຂອງປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ວັນທີ 26 ກໍລະກົດ, ຢູ່ນະຄອນຫຼວງ Rome ຂອງອີຕາລີ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ທ່ານປະທານາທິບໍດີ ອີຕາລີ Sergio Mattarella ໄດ້ເປັນປະທານຮ່ວມການຖະແຫຼງຂ່າວ, ເພື່ອແຈ້ງໃຫ້ຊາບກ່ຽວກັບໝາກຜົນການເຈລະຈາ.

ຢູ່ການຖະແຫຼງຂ່າວ, ທ່ານປະທານາທິບໍດີ Sergio Mattarella ໃຫ້ຮູ້ວ່າ ຈະສົ່ງເອກະສານ ຂອງລັດຖະສະພາ ອີຕາລີ ທີ່ໃຫ້ສັດຕະຍາບັນສັນຍາ ອາລັກຂາ ການລົງທຶນ ຫວຽດນາມ - ສະຫະພາບເອີລົບ (EVIPA) ໃຫ້ທ່ານປະທານປະເທດ ຫວໍວັນເຖືອງ. ທ່ານປະທານາທິບໍດີ ໃຫ້ຮູ້ວ່າ:

ຫວຽດນາມ ແມ່ນຄູ່ຮ່ວມມສຳຄັນທີ່ສຸດ ສຳລັບ ອີຕາລີ ໃນພາກພື້ນ ອາຊຽນ. ປັດຈຸບັນ ມີວິສາຫະກິດ ອີຕາລີ ຫຼາຍແຫ່ງພວມມີການລົງທຶນ, ທຳການຜະລິດ, ດຳເນີນທຸລະກິດ ຢູ່ ຫວຽດນາມ ແລະ ຕົວເລກນີ້ ນັບມື້ນັບເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ສຳລັບປະຊາຄົມເອີລົບແລ້ວ, ຫວຽດນາມ ມີບົດບາດສຳຄັນ ແມ່ນຂົວເຊື່ອມຕໍ່ລະຫວ່າງ EU ແລະ ອາຊຽນ. ສິ່ງນີ້ຊ່ວຍໃຫ້ການພົວພັນລະຫວ່າງ ຫວຽດນາມ ແລະ EU ນັບມື້ນັບເປີດກວ້າງ.

ສ່ວນທ່ານປະທານປະເທດ ຫວໍວັນເຖືອງ ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນການເຈລະຈາອັນດີງາມກັບທ່ານປະທານາທິບໍດີ Sergio Mattarella ແລະ ເລື່ອງທັງສອງຝ່າຍເຫັນດີເປັນເອກະພາບສືບຕໍ່ເປີດກວ້າງການຮ່ວມມືໃນທຸກຂົງເຂດ.

ຂໍຂອບໃຈທ່ານປະທານາທິບໍດີ ທີ່ໄດ້ແຈ້ງໃຫ້ຊາບກ່ຽວກັບເລື່ອງລັດຖະສະພາ ອີຕາລີ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບເອີລົບ ກົງກັບໂອກາດ ທີ່ ປະທານປະເທດ ຫວຽດນາມປະຕິບັດການຢ້ຽມຢາມທາງລັດຖະກິດ ອີຕາລີ. ຂ້າພະເຈົ້າເນັ້ນໜັກວ່າ ນີ້ແມ່ນຂ່າວດີທີ່ສຸດ ແລະ ຜ່ານການໃຫ້ສັດຕະຍາບັນ ສັນຍາສະບັບນີ້ ຈະນຳຜົນປະໂຫຍດມາໃຫ້ບັນດາວິສາຫະກິດ ແລະ ປະຊາຊົນສອງປະເທດ, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການຮ່ວມມືດ້ານການຄ້າ ການລົງທຶນສອງຝ່າຍ ໃຫ້ພັດທະນາຢ່າງແຮງໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ