ອີຕາລີກຽມພ້ອມໜູນຊ່ວຍຫວຽດນາມບຳລຸງສ້າງກຳລັງຕຳຫຼວດຈໍລະຈອນ

ອີຕາລີກຽມພ້ອມໜູນຊ່ວຍຫວຽດນາມບຳລຸງສ້າງກຳລັງຕຳຫຼວດຈໍລະຈອນ - ảnh 1
ຕຳຫຼວດ​ຈໍ​ລະ​ຈອນ ຫວຽດ​ນາມ
(ພາບ​ປະ​ກອບ)

(vovworld) – ອີ​ຕາ​ລີ​ ກຽມ​ພ້ອມ​ໜ​ູນ​ຊ່ວຍ​ຫວຽດ​ນາມ ໃນ​ການບ​ຳ​ລ​ຸງ​ສ້າງ ແລະ ຍົກ​ສູງວິ​ຊາ​ຊີບ​ໃຫ້​ແກ່​ກຳ​ລັງ​ຕຳຫຼວດ​ຈໍ​ລະ​ຈອນ. ນັ້ນ​ແມ່ນ​ການຢັ້ງ​ຢ​ືນ​ຂອງ​ທ່ານ Santo Puccia, ຮອງ​ຫົວ​ໜ້າກົມ​ຕຳຫຼວດ​​ຈໍ​ລະ​ຈອນ​ແຫ່ງ​ຊາ​ດ ອີ​ຕາ​ລີ, ​ທີ່ຍົກ​ອອກ​ມາ​ໃນ​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ກົມ​ໃຫຍ່​ຕຳຫຼວດ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ ຫວຽດ​ນາມ, ໂດຍ​ພົນ​ຕີ ໂຕ​ເຖື່ອງ, ຫົວ​ໜ້າ​ກົມ​ໃຫຍ່ ນຳ​ໜ້າ ພວມ​ຢູ່​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່  ອີ​ຕາ​ລ​ີ ໃນ​ວັນ​ທີ 2/2. ຕາມ​ທ່ານ Puccia, ຕຳຫຼ​ວດ​​ຈໍ​ລະ​ຈອນ ອີ​ຕາ​ລີ ອາດ​ສາ​ມາດ​ໜູນ​ຊ່ວຍ​ບຳ​ລຸງ​ສ້າງ​ຕຳຫຼວດຈໍ​ລະ​ຈອນ ຫວຽດ​ນາມ ໃນ​ການ​ຄວບ​ຄຸມ, ລາດ​ຕາ​ເວນ ແລະ ​ບັນ​ຊາ​ບັນ​ດາ​ເສັ້​ນ​ທາງ​ບົກ, ກໍ່​ຄື​ສົບ​ທົບ​ກັບ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ອື່ນໆ ໃນ​ການ​ແກ້​ໄຂ​ບັນ​ດາ​ເຫດ​ການ​ກ່ຽວ​ຂ້ອງ​ເຖິງ​​ການຄົມ​ມະ​ນາ​ຄົມ. ນອກ​ຈາກນັ້ນ, ຕຳຫຼວ​ດ ອີ​ຕາ​ລີ ກຽມ​ພ້ອມ​ຊ່ວຍ​ເຫຼືອ​ເພື່ອນ​ຮ່ວມ​ງານ ຫວຽດ​ນາມ ໃນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ​ເຂົ້າ​ໃນ​ການ​ຄວບ​ຄຸມ​ບັນ​ດາ​ເສັ້ນ​ທາງ​ຈຸດ​ສຸມ, ສ້າງ​ຕັ້ງ​ບັນ​ດາ​ສູນ​ຮັບ​ມືດ່ວນ ແລະ ສ້າງ​ຕັ້ງ​ສູນ​ແກ້​ໄຂ​ຂໍ້​ມູນ​ຂ່າວ​ທາ​ງ​ບົກເຄື່ອນ​ໄຫວ 24/24 ຊົ່ວ​ໂມງ ເພື່ອ​ສາມ​າດ​ອັບ​ເດັດ​ຂໍ້​ມູນ​ຂ່າວ​ໃຫ້​ບັນ​ດາ​ຍານ​ພາ​ຫະ​ນະ​​ເຂົ້າ​ຮ່ວມ​ການ​ຄົມ​ມະ​ນາ​ຄົມ​.

        ສ່ວນ​ທ່ານ​ພົນ​ຕີ ໂຕ​ເຖື່ອງ ຫວັງ​ວ່​າ​ຈະ​ໄດ້​ຮັບ​ການ​ໜູນ​ຊ່ວຍ ແລະ ຊ່ວຍ​ເຫຼືອ​ລະ​ອຽດ​ຈາ​ກ​ຝ່າຍ ອີ​ຕາ​ລີ ໃນ​ອະ​ນາ​ຄົດ​ໃກ້ໆ​ນີ້.


ຂ່າວ/ບົດ​ອື່ນ