ອີຕາລີຈັດຕັ້ງພິທີໄວ້ອາໄລລະດັບຊາດໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວ

ອີຕາລີຈັດຕັ້ງພິທີໄວ້ອາໄລລະດັບຊາດໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວ - ảnh 1
ວຽກ​ງານ​ກູ້​ໄພ​ກູ້​ຊີບ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່​ອີ​ຕາ​ລີ
ພາບ:TTXVN

(vovworld)- ວັນ​ທີ 27/8, ອີ​ຕາ​ລີ ໄດ້​ຈັດ​ຕັ້ງ​ພິ​ທີ​ໄວ້​ອາ​ໄລ​ລະ​ດັບ​ຊາດໃຫ້​ບັນ​ດາ​ຜູ້​ປະ​ສົບເຄາະ​ຮ້າຍ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ​ເກີດ​ຂຶ້ນ​ໃນ​ຄ່ຳ​ຄືນ​ວັນ​ທີ 23/8 ໄດ້​ເຮັດ​ໃຫ້​ຢ່າງ​ຫນ້ອຍ​ສຸດ 281 ຄົນ​ເສຍ​ຊີ​ວິດ. ພິ​ທີ​ໄວ້​ອາ​ໄລ​ນີ້​ຈັດຂຶ້​ນ​ຢູ່​ນະ​ຄອນ Ascoli Piceno ໃກ້​ກັບ​ບ່ອນ​ເກີດ​ເຫດ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຕາ​ລີ, Mattarella ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ Matteo Renzi ພ້ອມ​ກັບ​ນັກ​ການ​ເມືອງ​ຫລາຍ​ທ່ານ. ກ່ອນ​ຫນ້ານັ້ນ, ວັນ​ທີ 26/8 ລັດ​ຖະ​ບານ ອີ​ຕາ​ລີ ໄດ້​ປະ​ກາດ​ສະ​ພາ​ວະ​ສຸກ​ເສີນ​ຢູ່​ບັນ​ດາ​ເຂດ​ຖືກ​ທຳ​ລາຍ ແລະ ປ່ອຍ​ເງິນ​ຄັ້ງ​ທຳ​ອິດ 50 ລ້ານ ເອີ​ໂຣ​ເພື່ອ​ຫນູນ​ຊ່ວຍ​ໃຫ້​ບັນ​ດາ​ທ້ອງ​ຖິ່ນ​ຖືກ​ຜົນ​ສະ​ທ້ອນ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ. ກະ​ຊວງ​ເສດ​ຖະ​ກິດ​ປະ​ເທດນີ້ ຢືນ​ຢັນ ຈະ​ໂຈະ​ເກັບ​ອາ​ກອນ​ລາຍ​ຮັບ ແລະ ບັນ​ດາ​ອາ​ກອນ​ພາ​ສີປະ​ເພດອື່ນ​ໃຫ້​ແກ່​ບັນ​ດາ​ເຂ​ດ​ຖືກ​ຜົນ​ສະ​ທ້ອນ​ຈາ​ກ​ແຜ່ນ​ດິນ​ໄຫວ​ຈົນ​ເຖິງ​ສະ​ພາບ​ການ​ໄດ້​ຮັບ​ການ​ປົວ​ແປງ.

ຕອບກັບ

ຂ່າວ/ບົດ​ອື່ນ