ອີຕາລີພ້ອມແລ້ວຈະໜູນຊ່ວຍ, ຮ່ວມມືກັບຫວຽດນາມ ໃນການປິ່ນປົວພະຍາດໂຄວິດ-19

(VOVWORLD) -ລະບົບ 118 ປາດຖະໜາຢາກລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານວິທະຍາສາດລະຫວ່າງ 2 ປະເທດໃນຂົງເຂດສາທາລະນະສຸກໂດຍໄວ.
ອີຕາລີພ້ອມແລ້ວຈະໜູນຊ່ວຍ, ຮ່ວມມືກັບຫວຽດນາມ ໃນການປິ່ນປົວພະຍາດໂຄວິດ-19 - ảnh 1ທີ່ການແລກປ່ຽນ
(ພາບ: TTXVN)

ວັນທີ 13 ກັນຍາ, ທ່ານ Mario Balzanelli, ຫົວໜ້າລະບົບສຸກເສີນແຫ່ງຊາດອີຕາລີ 118 ໃຫ້ຮູ້ວ່າ: ພ້ອມແລ້ວຈະແບ່ງປັນບົດຮຽນໃນການປິ່ນປົວພະຍາດໂຄວິດ-19 ແລະ ປາດຖະໜາວ່າຢາກຊຸກຍູ້ການຮ່ວມມືກັບຫວຽດນາມ ກ່ຽວກັບການຄົ້ນຄວ້າ, ບຳລຸງສ້າງກະກຽມໃຫ້ແກ່ບັນດາກໍລະນີຮີບດ່ວນກ່ຽວກັບໂລກລະບາດ. ທີ່ການແລກປ່ຽນ ກັບທ່ານນາງເອກອັກຄະລັດຖະທູດຫວຽດນາມ ປະຈຳອີຕາລີ ຫງວຽນທິບິກເຮ້ວ, ທ່ານ Mario Balzanelli ໃຫ້ຮູ້ວ່າ, ລະບົບ 118 ປາດຖະໜາຢາກລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານວິທະຍາສາດລະຫວ່າງ 2 ປະເທດໃນຂົງເຂດສາທາລະນະສຸກໂດຍໄວ. ຂົງເຂດຮ່ວມມືຈຸດສຸມແມ່ນແນໃສ່ການເບິ່ງແຍງດູແລສຸຂະພາບຮີບດ່ວນ, ບຳລຸງສ້າງ, ພັດທະນາບັນດາທັກສະ, ເຕັກນິກ, ກະກຽມແນະນຳໃຫ້ບັນດາກໍລະນີຮີບດ່ວນກ່ຽວກັບໂລກລະບາດ…

ສ່ວນທ່ານນາງ ຫງວຽນທິບິກເຮ້ວ ຢືນຢັນວ່າ: ລັດຖະບານ ແລະ ປະຊາຊົນຫວຽດນາມ ໄດ້ ແລະ ພວມມານະພະຍາຍາມເພື່ອຮັກສາການຄວບຄຸມໂລກລະບາດບໍ່ປະໃຫ້ແຜ່ລະບາດອອກສູ່ທົ່ວປະເທດ. ສະນັ້ນ, ຫວຽດນາມ ຕ້ອງການມີການຊ່ວຍເຫຼືອ ແລະ ແບ່ງປັນບົດຮຽນໃນການຮັບມືກັບໂລກລະບາດຂອງເພື່ອນມິດສາກົນເວົ້າລວມ ແລະ ອີຕາລີ ເວົ້າສະເພາະ.

ຕາມແຜນການ, ໃນໄລຍະຈະມາເຖິງ, ຄະນະທ່ານໝໍ 118 ຂອງອີຕາລີ ຈະມານະຄອນ ໂຮ່ຈີມິນ ເພື່ອເຂົ້າຮ່ວມການໃຫ້ຄຳປຶກສາ, ໜູນຊ່ວຍ ແລະ ຖ່າຍຖອດຂັ້ນຕອນຫາເຊື້ອ, ປິ່ນປົວ, ເບິ່ງແຍງດູແລກຜູ້ຕິດເຊື້ອພະຍາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ