ອີ​ຕາ​ລີເປີດ​ປະ​ຕູ​ຊາຍ​ແດນ​ເພື່ອ​ກູ້​ຊ່ວຍຂະ​ແໜງ​ກະ​ສິ​ກຳ

(VOVWORLD) -ເລື່ອງອະນຸຍາດໃຫ້ພົນລະເມືອງໄປມາຢ່າງເສລີຢູ່ບັນດາເຂດ, ພ້ອມທັງອະນຸຍາດໃຫ້ພົນລະເມືອງເຂດ Schengen ມາອີຕາລີ ນັບແຕ່ວັນທີ 03 ມິຖຸນາ ໄດ້ຮັບຖືວ່າ ແມ່ນການກະທຳສຳຄັນເພື່ອຟື້ນຟູພື້ນຖານເສດຖະກິດ ທີ່ພວມຖືກຜົນສະທ້ອນຢ່າງຮ້າຍແຮງຍ້ອນໂລກລະບາດ.
ອີ​ຕາ​ລີເປີດ​ປະ​ຕູ​ຊາຍ​ແດນ​ເພື່ອ​ກູ້​ຊ່ວຍຂະ​ແໜງ​ກະ​ສິ​ກຳ - ảnh 1

ຜູ້ໂດຍສານໃສ່ຜ້າອັດປາກ - ດັງປ້ອງກັນ, ສະກັດກັ້ນການແຜ່ລາມໂລກລະບາດ Covid – 19 ຢູ່ ສະໜາມບິນ Fiumicino ở Rome ອີຕາລີ (ພາບ: THX/TTXVN)

ຕໍ່ໜ້າຄວາມສາມາດທີ່ວ່າ, ລັດຖະບານອີຕາລີ ຈະຮັບຮອງເອົາລັດຖະດຳລັດສະບັບໃໝ່ ໂດຍອະນຸຍາດໃຫ້ປະຊາຊົນຂຶ້ນກັບເຂດ Schengen ສາມາດເດີນທາງໄປຍັງອີຕາລີ, ລວມທັງ ສະວິດ ແລະ ໂມນາໂກ, ເຂົ້າເມືອງໂດຍບໍ່ມີການແຍກຕົວເປັນເວລາ 14 ວັນ, ສະຫະສະມາຄົມກະສິກຳ ອີຕາລີ Condiretti ຖືວ່າ, ເລື່ອງເປີດປະຕູຊາຍແດນອີຕາລີ ໃຫ້ແກ່ພົນລະເມືອງເອີລົບ ບໍ່ພຽງແຕ່ຊຸກຍູ້ດ້ານການທ່ອງທ່ຽວເທົ່ານັ້ນ, ຫາກຍັງກູ້ຊ່ວຍຂະແໜງກະສິກຳຂອງປະເທດນີ້ອີກດ້ວຍ. ເລື່ອງອະນຸຍາດໃຫ້ພົນລະເມືອງໄປມາຢ່າງເສລີຢູ່ບັນດາເຂດ, ພ້ອມທັງອະນຸຍາດໃຫ້ພົນລະເມືອງເຂດ Schengen ມາອີຕາລີ ນັບແຕ່ວັນທີ 03 ມິຖຸນາ ໄດ້ຮັບຖືວ່າ ແມ່ນການກະທຳສຳຄັນເພື່ອຟື້ນຟູພື້ນຖານເສດຖະກິດ ທີ່ພວມຖືກຜົນສະທ້ອນຢ່າງຮ້າຍແຮງຍ້ອນໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ