ອີຕາລີເລີ່ມຕົ້ນວິວັດການທາບທາມຄຳເຫັນແກ້ໄຂຄວາມຈົນຕາແຈດ້ານການເມືອງ

ອີຕາລີເລີ່ມຕົ້ນວິວັດການທາບທາມຄຳເຫັນແກ້ໄຂຄວາມຈົນຕາແຈດ້ານການເມືອງ - ảnh 1
ທ່ານ​ປະທານາທິບໍດີ ອີ​ຕາ​ລີ Sergio Mattarella
(ພາບ: AFP/TTXVN)

(vovworld) – ​ ຕອນ​ຄ່ຳ​ວັນ​ທີ 08/12 ທ່ານ​ປະທານາທິບໍດີ ອີ​ຕາ​ລີ Sergio Mattarella ​ເລີ່ມດຳ​ເນີນການ​ທາ​ບທາມ​ຄຳ​ເຫັນຕ່າງໆ ​ເພື່ອ​ແນ​ໃສ່​​ເຮັດ​ໃຫ້ ອີ​ຕາ​ລີ ຫລຸດ​ພົ້ນ​ອອກ​ຈາກສະພາບ​ຈົນຕາ​ແຈດ້ານ​ການ​ເມືອງ ພາຍຫລັງ​ທ່ານ​ນາຍົກລັດຖະມົນຕີ Matteo Renzi ຍື່ນ​ໃບ​ສະ​ເໜີລາ​ອອກ​ຈາກ​ຕຳ​ແໜ່​ງຢ່າງ​ເປັນ​ທາງ​ການ. ຕາມ​ຊ່ອງ​ໂທລະພາບ RAI News 24, ທ່ານ​ປະທານາທິບໍດີ Sergio Mattarella ມີ​ການ​ພົບ​ປະ​ກັບ​ທ່ານ​ປະທານ​ສະພາ​ສູງ Pietro Grasso, ທ່ານ​ປະທານ​ສະພາ​ຕ່ຳ Laura Bildrini ກໍ່​ຄື​ອະດີດ​ປະທານາທິບໍດີ Giorgio Napolitano. ຈາກ​ນັ້ນ ​ໃນ​ວັນ​ທີ 09  - 10/12 ທ່ານ Sergio Mattarella ຈະ​ພົບ​ປະ​ກັບ​ຜູ້​ຕາງໜ້າບັນດາ​ພັກ​ການ​ເມືອງ ​ແລະ ຝ່າຍ​ຕ່າງໆ​ໃນ​ສະພາ​ແຫ່ງ​ຊາດ ​ແລະ ສີ້​ນສຸດ​ດ້ວຍການ​ພົບ​ປະ​ກັບ​ຜູ້ຕາງໜ້າ​ພັກ​ປະຊາທິປະ​ໄຕ​ກຳ​ອຳນາດ. ທ່ານ​ປະທານາທິບໍດີ Sergio Mattarella ຈະ​ປະກາດ​ໝາກຜົນ​ແຫ່ງ​ການ​ທາ​ບທາມ​ຄຳ​ເຫັນ​ໃນ​ອາທິດ​ໜ້າ.

 

ຂ່າວ/ບົດ​ອື່ນ