ອິນເດຍ ກ່າວເຕືອນ ປາກິສະຖານ ກ່ຽວກັບການປະທະກັນຢູ່ Kashmir

ອິນເດຍ ກ່າວເຕືອນ ປາກິສະຖານ ກ່ຽວກັບການປະທະກັນຢູ່ Kashmir - ảnh 1
ທ່ານ​ນາຍົກລັດຖະມົນຕີ ອິ​ນ​ເດຍ Manmohan Singh
ພາບ: internet


 (vovworld) - ວັນ​ທີ 15/1, ທ່ານ​ນາຍົກລັດຖະມົນຕີ ອິ​ນ​ເດຍ Manmohan Singh ​ໄດ້​ກ່າວ​ເຕືອນ​ວ່າ: ທຸກ​ສິ່ງ​ທຸກ​ຢ່າງ​ຈະ​ບໍ່​ກັບ​ຄືນ​ຄວາມ​ເປັນ​ປົກກະຕິ​ ກັບປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ປາ​ກິ​ສະຖານ ​ໄດ້ ພາຍຫລັງ​ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ຢູ່​ລຽບ​ຕາມ​ເຂດ​ຊາຍ​ແດນ Kashmir ​ໃນ​ອາທິດ​ຜ່ານ​ມາ. ກ່າວ​ຄຳ​ເຫັນ​ກັບ​ວົງ​ການນັກ​ຂ່າວ​ຢູ່​ນອກ​ພິທີ​ຂອງ​ກອງທັບ, ທ່ານ​ນາຍົກລັດຖະມົນຕີ Manmohan Singh ​ໄດ້​ຢືນຢັນ​ວ່າ ການ​ປະ​ທະ​ກັນ​ບໍ່​ສາມາດ​ຮັບ​ຮູ້​ໄດ້ ​ແລະ ຜູ້​ຮັບຜິດຊອບ​ຕໍ່​ໂທດ​ກຳ​ດັ່ງກ່າວ​ຈະ​ຖືກ​ລົງ​​ໂທດ. ຄຳ​ຖະ​ແຫລ​ງຂອງ​ທ່ານ​ນາຍົກລັດຖະມົນຕີ ອິ​ນ​ເດຍ ​ຖືກຍົກ​ອອກ​ມາ​ພາຍຫລັງ​ຜູ້​ບັນຊາ​ການ​ກອງທັບ​ສອງ​ປະ​ເທດ​ໄດ້​ຕຳ​ນິຕິ​ຕຽນ​ເຊິ່ງກັນ ​ແລະ ກັນ ກ່ຽວ​ກັບ​​ເຫດການ​ຍິງ​ປືນ​ໃສ່​ກັນ​ຢູ່​ເຂດ​ຊາຍ​ແດນ. ນາຍ​ພົນ Bikram Singh ຫົວຫນ້າ​ເສນາ​ທິການ​ກອງທັບ ອິນ​ເດຍ ​ໄດ້​ອອກ​ຄຳ​ສັ່ງ​ວ່າ ຈະ​​​ເດັດດ່ຽວໂຕ້​ຕອບ​ບໍ່​ວ່າ​ເຫດການ​ຍິງ​ປືນ​ຄັ້ງ​ໃຫມ່​​ໃດ​ຢູ່​ເຂດ​ຊາຍ​ແດ​ນ.

 

ຂ່າວ/ບົດ​ອື່ນ