ອິນ​ເດຍ ຈັດ​ກອງ​ປະ​ຊຸມ Sherpa ຄັ້ງ​ທຳ​ອິດ​ໃນ​ບົດ​ບາດ​ເປັນ​ປະ​ທານ G20

(VOVWORLD) - ວັນທີ 4 ທັນວາ, ອິນເດຍໄດ້ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ (Sherpa) ຄັ້ງທຳອິດໃນບົດບາດເປັນປະທານກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20). ກອງປະຊຸມໄດ້ດຳເນີນເປັນເວລາ 4 ວັນຢູ່ນະຄອນ Udaipur, ຂຶ້ນກັບລັດ Rajasthan.
ອິນ​ເດຍ ຈັດ​ກອງ​ປະ​ຊຸມ Sherpa ຄັ້ງ​ທຳ​ອິດ​ໃນ​ບົດ​ບາດ​ເປັນ​ປະ​ທານ G20 - ảnh 1ອິນເດຍໄດ້ຈັດກອງປະຊຸມເຈົ້າໜ້າອາວຸໂສ (Sherpa) ຄັ້ງທຳອິດໃນບົດບາດເປັນປະທານກຸ່ມບັນດາພື້ນຖານເສດຖະກິດພັດຖະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) (ພາບ:  PTI)

ຢູ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບາງບັນຫາສຳຄັນ, ລວມມີການຫັນເປັນເຕັກໂນໂລຢີ, ພັດທະນາສີຂຽວ ແລະ ໂຄງການ Mission LiFE ຂອງ ອິນເດຍ (ແບບແຜນການດຳລົງຊີວິດເພື່ອສິ່ງແວດລ້ອມ), ເນັ້ນໜັກເຖິງການພັດທະນາໂດຍແມ່ຍິງນຳພາ, ຍູ້ແຮງການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ແລະ ສ້າງເງື່ອນໄຂໃຫ້ແກ່ການເຕີບໂຕຢ່າງຮອບດ້ານ. ບັນດາກອງປະຊຸມ Sherpa ເພື່ອແນໃສ່ສ້າງຄວາມເຫັນດີເຫັນພ້ອມ ກ່ຽວກັບບັນດາບັນຫາຫຼັກ ໃນຖະແຫຼງການຂອງບັນດາການນຳ, ຄາດວ່າຈະໄດ້ຍົກອອກຢູ່ກອງປະຊຸມສຸດຍອດ G20 ຢູ່ ນະຄອນຫຼວງ New Delhi ປີ 2023.

        ອິນເດຍ ໄດ້ຮັບດຳລົງຕຳແໜ່ງປະທານ G20 ຢ່າງເປັນທາງການຈາກອິນໂດເນເຊຍ ນັບແຕ່ວັນທີ 1 ທັນວາທີ່ຜ່ານມາ. ໃນອາຍຸການເປັນປະທານ, ອິນເດຍ ມີແຜນການຈັດຕັ້ງກອງປະຊຸມກ່ວາ 200 ຄັ້ງໃນ 32 ຂົງເຂດທີ່ແຕກຕ່າງກັນ ຢູ່ຫຼາຍກ່ວາ 50 ນະຄອນຂອງອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ