ອິນເດຍ ຍູ້ແຮງການຮ່ວມມືກັບ ຝະຣັ່ງ, UAE ແລະ ໂອມານ

(VOVWORLD) -ວັນທີ 11 ກຸມພາ, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໄດ້ພົບປະກັບຄູ່ຕຳແໜ່ງ ຝະຣັ່ງ Edouard Philippe ແລະ 2 ຝ່າຍມີການປຶກສາຫາລືກ່ຽວກັບວິທີການຊຸກຍູ້ການພົວພັນຍຸດທະສາດຂອງ 2 ຝ່າຍກ່ອນການຢ້ຽມຢາມ ອິນເດຍ ຄັ້ງທຳອິດຂອງທ່ານປະທານາທິບໍດີ ຝະຣັ່ງ Emmanuel Macron ໃນເດືອນໜ້າ.
ອິນເດຍ ຍູ້ແຮງການຮ່ວມມືກັບ ຝະຣັ່ງ, UAE ແລະ ໂອມານ - ảnh 1 ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi (ພາບ: AFP/TTXVN)

ທ່ານນາຍົກລັດຖະມົນຕີ Modi ໄດ້ພົບປະກັບທ່ານ Philippe ຢູ່ນອກກອງປະຊຸມສຸດຍອດລັດຖະບານ ຊຶ່ງໄດ້ຈັດຕັ້ງຢູ່ Dubai ຂອງສະຫະລັດ ອາຣັບ ເອມີເລັດ (UAE). ການນຳ 2 ທ່ານໄດ້ປຶກສາຫາລືກ່ຽວກັບການເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດ ແລະ ທ່ານ Modi ໃຫ້ຮູ້ວ່າ: ທ່ານພວມລໍຖ້າການຢ້ຽມຢາມຂອງທ່ານປະທານາທິບໍດີ Emmanuel Macron ໃນໄລຍະຈະມາເຖິງ.

        ກ່ອນໜ້ານັ້ນ, ພໍແດ່ມາຮອດ UAE, ທ່ານນາຍົກລັດຖະມົນຕີ ອິນເດຍ Modi ໄດ້ພົບປະກັບອົງມົງກຸດລາດຊະກຸມມານ Abu Dhabi Mohamed bin Zayed Al Nahyan ແລະ ມີການເຈລະຈາທີ່ສຳຄັນກັບພະອົງ.

        ແລະກໍ່ໃນວັນທີ 11 ກຸມພາ, ທ່ານນາຍົກລັດຖະມົນຕີ Modi ໄດ້ພົບປະກັບທ່ານຮອງປະທານາທິບໍດີ, ນາຍົກລັດຖະມົນຕີ UAE Mohammed bin Rashid Al Maktoum ແລະ 2 ຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາວິທີການ ເພື່ອເປີດກ້ວາງການຮ່ວມມື 2 ຝ່າຍໃນບັນດາຂົງເຂດການຄ້າ, ການປ້ອງກັນຊາດ ແລະ ການພົວພັນແລກປ່ຽນປະຊາຊົນ.

ທີ່ການພົບປະເຈລະຈາກັບກະສັດ ໂອມານ Qaboos bin Said al Said, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການເພີ່ມທະວີການຮ່ວມມືໃນບັນດາຂົງເຂດການຄ້າ ແລະ ການລົງທຶນ, ພະລັງງານ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…ແລະ ບັນດາບັນຫາພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ