ອິນ​ເດຍ ຍູ້​ແຮງ​ຄຳ​ນິ​ຍາມ​ທີ່​ວ່າ ມະ​ຫາ​ສະ​ມຸດອິນ​ເດຍ - ປາ​ຊີ​ຟິກ

(VOVWORLD) -ໃນລະຫວ່າງວັນທີ 13 – 14 ທັນວາ, ຢູ່ New Delhi, ກະຊວງການຕ່າງປະເທດ ອິນເດຍໄດ້ຈັດຕັ້ງ ກອງປະຊຸມສົນທະນາກ່ຽວກັບ ມະຫາສະມຸດອິນເດຍ ຄັ້ງທີ 6 ແລະ ກອງປະຊຸມສົນທະນາ Delhi ຄັ້ງທີ 11 ເພື່ອແນໃສ່ຍູ້ແຮງຄຳນິຍາມ ທີ່ວ່າ ມະຫາສະມຸດອິນເດຍ - ປາຊີຟິກ ໃນວົງການຍຸດທະສາດ ແລະ ວິຊາການສຶກສາ ຢູ່ພາກພື້ນກໍ່ຄືຢູ່ໃນໂລກ.
ອິນ​ເດຍ ຍູ້​ແຮງ​ຄຳ​ນິ​ຍາມ​ທີ່​ວ່າ ມະ​ຫາ​ສະ​ມຸດອິນ​ເດຍ - ປາ​ຊີ​ຟິກ - ảnh 1ທ່ານລັດຖະມົນຕີການຕ່າງປະເທດອິນເດຍ S Jaishankar (ພາບ: PTI) 

ນີ້ແມ່ນຄັ້ງທຳອິດທີ່ 2 ກອງປະຊຸມດັ່ງກ່າວໄດ້ຈັດຕັ້ງຂຶ້ນຢ່າງຕໍ່ເນື່ອງກັນ ແລະ ຈັດຕັ້ງຕາມຫົວຂໍ້ທີ່ຄ້າຍຄືກັນ. ລາຍລະອຽດແມ່ນ, ຫົວຂໍ້ຂອງກອງປະຊຸມສົນທະນາມະຫາສະມຸດອິນເດຍຄັ້ງທີ 6 ແມ່ນ “ມະຫາສະມຸດອິນເດຍ - ປາຊີຟິກ: ສ້າງມະຫາສະມຸດອິນເດຍໃຫ້ເປັນຮູບປະທຳຄືນໃໝ່ໂດຍຜ່ານພູມສັນຖານເປີດກ້ວາງ”, ສ່ວນຫົວຂໍ້ຂອງກອງປະຊຸມສົນທະນາ Delhi ຄັ້ງທີ 11 ແມ່ນ “ຊຸກຍູ້ການພົວພັນຄູ່ຮ່ວມມືຢູ່ ມະຫາສະມຸດອິນເດຍ - ປາຊີຟິກ”.

ເຂົ້າຮ່ວມກອງປະຊຸມມີ ລັດຖະມົນຕີການຕ່າງປະເທດຂອງ ບັນດາປະເທດຄື: ອິນເດຍ, ອິນໂດເນເຊຍ, ບັງກະລາເທດ; ຮອງລັດຖະມົນຕີການຕ່າງປະເທດ ແລະ ເຈົ້າໜ້າທີ່ຂັ້ນສູງຂອງປະເທດ ບຣູໄນ, ກຳປູເຈຍ, ລາວ…ໃນນັ້ນຍັງມີທ່ານຮອງເລຂາທິການໃຫຍ່ອາຊຽນ, ນັກຊ່ຽວຊານ, ນັກຮຽນຮູ້ທີ່ມີຊື່ສຽງມາຈາກຫຼາຍປະເທດຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ