ອິນ​ເດຍ, ຝລັ່ງ ​ແລະ ອົດ​ສະ​ຕາ​ລີ ​ເຈລະຈາ​ກ່ຽວກັບ​ການ​ຮ່ວມ​ມື​ຢູ່​ພາກ​ພື້ນ ມະຫາ​ສະໝຸດອິນ​ເດຍ - ປາຊີ​ຟິກ

(VOVWORLD) -    ວັນທີ 9 ກັນຍາ,   03 ປະເທດ ອິນເດຍ, ຝລັ່ງ ແລະ ອົດສະຕາລີ ໄດ້ຈັດຕັ້ງກອງປະຊຸມ 3 ຝ່າຍຜ່ານທາງອອນລາຍ ດ້ວຍຫົວຂໍ້ ກ່ຽວກັບການຮ່ວມມືຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ. 
ອິນ​ເດຍ, ຝລັ່ງ ​ແລະ ອົດ​ສະ​ຕາ​ລີ ​ເຈລະຈາ​ກ່ຽວກັບ​ການ​ຮ່ວມ​ມື​ຢູ່​ພາກ​ພື້ນ ມະຫາ​ສະໝຸດອິນ​ເດຍ - ປາຊີ​ຟິກ - ảnh 1ທ່ານເລຂາທິການການຕ່າງປະເທດ ອິນເດຍ Harsh Vardhan Shringla(ພາບ: theindiaobserver.com)

ການເຈລະຈາຄັ້ງນີ້ ແມ່ນເພື່ອແນໃສ່ສົມທົບກໍາລັງແຮງຂອງແຕ່ລະປະເທດ ເພື່ອຮັບປະກັນໃຫ້ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ມີສັນຕິພາບ, ໝັ້ນຄົງ, ວັດທະນາຖາວອນ ແລະ ອີງໃສ່ລະບຽບກົດໝາຍ.

        ທີ່ກອງປະຊຸມ, 3 ປະເທດ ໄດ້ເຫັນດີເປັນເອກະພາບຮັກສາການເຈລະຈາດັ່ງກ່າວໃນທຸກໆປີ; ພ້ອມທັງປຶກສາຫາລືກ່ຽວກັບບັນດາສິ່ງທ້າທາຍດ້ານເສດຖະກິດ ແລະ ພູມສາດມີການເມືອງ ກໍຄືການຮ່ວມມືຢູ່ພາກພື້ນ ອິນເດຍ - ປາຊີຟິກ, ພິເສດໃນສະພາບການເກີດໂລກລະບາດໂຄວິດ - 19 ແລະ ບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢູ່ແຕ່ລະປະເທດ.

        ຜູ້ຕາງໜ້າ 3 ປະເທດ ກໍໄດ້ປຶກສາຫາລືກ່ຽວກັບການຮ່ວມມືໃນຂົງເຂດຊັບພະຍາກອນທາງທະເລໃນທົ່ວໂລກ ແລະ ບັນດາຂົງເຂດການຮ່ວມມືແທດຈິງອື່ນໆ, ລວມທັງການຮ່ວມມື 3 ຝ່າຍ ແລະ ການຮ່ວມມືໃນພາກພື້ນ ເປັນຕົ້ນແມ່ນການຮ່ວມມືກັບ ອາຊຽນ, ສະຫະສະມາຄົມແລວປາຊີຟິກ (IORA) ແລະ ສະພາ ມະຫາສະໝຸດອິນເດຍ. ນອກຈາກນັ້ນ, ອິນເດຍ, ຝລັ່ງ ແລະ ອົດສະຕາລີ ກໍແລກປ່ຽນກ່ຽວກັບບັນດາບຸລິມະສິດ, ສິ່ງທ້າທາຍ ແລະ ທ່າອ່ຽງໃນການເຄື່ອນໄຫວບັນດາລະບຽບການຫຼາຍຝ່າຍໃນທົ່ວໂລກ ແລະ ພາກພື້ນ, ພ້ອມກັບການປະຕິຮູບລະບົບຫຼາຍຝ່າຍອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ