ອິນເດຍ ມີຫຼາຍນະໂຍບາຍສົ່ງເສີມ ແລະ ດຶງດູດການລົງທຶນຕ່າງປະເທດ, ໃນນັ້ນມີປະຊາຄົມວິສາຫະກິດ ຫວຽດນາມ

(VOVWORLD) - ປະຊາຄົມວິສາຫະກິດ, ຜູ້ຜະລິດອຸດສາຫະກຳ ແຖວໜ້າຂຶ້ນກັບສະຫະພັນບັນດາຫ້ອງອຸດສາຫະກຳ ແລະ ການຄ້າຂອງບັນດາລັດຄື Telangana ແລະ Andhra Pradesh ມາຫວຽດນາມ...
ອິນເດຍ ມີຫຼາຍນະໂຍບາຍສົ່ງເສີມ ແລະ ດຶງດູດການລົງທຶນຕ່າງປະເທດ, ໃນນັ້ນມີປະຊາຄົມວິສາຫະກິດ ຫວຽດນາມ - ảnh 1ຜູ້ຕາງໜ້າ 2 ຝ່າຍລົງນາມໃນບົດບັນທຶກຊ່ວຍຈຳ
(ພາບ:Mỹ Phương/ TTXVN)

ນີ້ແມ່ນການຢືນຢັນຂອງ ທ່ານ Madan Mohan Sethi, ຫົວໜ້າສະຖານກົງສູນໃຫຍ່ ອິນເດຍ ຢູ່ນະຄອນໂຮ່ຈີມິນ, ທີ່ກອງປະຊຸມສົ່ງເສີມອຸດສາຫະກຳ, ການຄ້າ ຫວຽດນາມ - ອິນເດຍ ໂດຍສະຫະພັນ ອຸດສາຫະກຳ ແລະ ການຄ້າ ຫວຽດນາມ (VCCI) ຢູ່ນະຄອນໂຮ່ຈີມິນ ແລະ ກົງສູນໃຫຍ່ ອິນເດຍ ປະຈຳ ນະຄອນໂຮ່ຈີມິນ ຈັດຕັ້ງຂຶ້ນຕອນແລງວັນທີ 12 ທັນວາ, ຢູ່ທີ່ນະຄອນໂຮ່ຈີມິນ.

        ຫົວໜ້າສະຖານກົງສູນໃຫຍ່ ອິນເດຍ ກໍ່ໃຫ້ຮູ້ວ່າ: ປະຊາຄົມວິສາຫະກິດ, ຜູ້ຜະລິດອຸດສາຫະກຳ ແຖວໜ້າຂຶ້ນກັບສະຫະພັນບັນດາຫ້ອງອຸດສາຫະກຳ ແລະ ການຄ້າຂອງບັນດາລັດຄື Telangana ແລະ Andhra Pradesh ມາຫວຽດນາມ ເພື່ອຊອກຫາກາລະໂອກາດລົງທຶນ, ທຸລະກິດ ແລະ ສຳຫຼວດການຕະຫຼາດ. ບາງວິສາຫະກິດ ອິນເດຍ ຕ້ອງການຊອກຫາກາລະໂອກາດຢູ່ຂົງເຂດອຸດສາຫະກຳ, ກໍ່ສ້າງ, ການຢາ… ຢູ່ຕະຫຼາດນະຄອນໂຮ່ຈີມິນເວົ້າສະເພາະ ແລະ ຢູ່ຫວຽດນາມ ເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ