ອິນເດຍ ລົງທຶນ 1 ຕື້ USD ໃຫ້ບັນດາໂຄງການຮ່ວມມືກັບບັນດາປະເທດ CLMV

(VOVWORLD) - ອິນເດຍ ສະໜອງ 1 ຕື້ USD ໃຫ້ແກ່ບັນດາການເຄື່ອນໄຫວເຊື່ອມຕໍ່ພື້ນຖານໂຄງລ່າງ ແລະ ຮ່ວມມືດີຈີຕອນ, ສືບຕໍ່ໂຄງການຮ່ວມມືດີຈີຕອນກັບບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ CLMV  (ກຳປູເຈຍ, ລາວ, ມຽນມາ, ຫວຽດນາມ), ມອບທຶນການສຶກສາ 1000 ທຶນໃຫ້ບັນດາປະເທດ ອາຊຽນ…
ອິນເດຍ ລົງທຶນ 1 ຕື້ USD ໃຫ້ບັນດາໂຄງການຮ່ວມມືກັບບັນດາປະເທດ CLMV - ảnh 1 ບັນດາການນຳ ອາຊຽນ ແລະ ອິນເດຍ ເຂົ້າຮ່ວມກອງປະຊຸມ

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 15 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພ້ອມກັບບັນດາການນຳ ອາຊຽນ ແລະ ອິນເດຍ ໄດ້ກິນພ້ອມກັນຮັບປະທານອາຫານ ແລະ ເຮັດວຽກນຳກັນແບບບໍ່ເປັນທາງການ.

        ນະທີ່ນີ້, 2 ຝ່າຍໄດ້ຢັ້ງຢືນຄືນໃໝ່ຄວາມຕັດສິນຍູ້ແຮງຄູ່ຮ່ວມມືຍຸດທະສາດ ອາຊຽນ - ອິນເດຍ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຢູ່ພາກພື້ນ. ບັນດາການນຳ ອາຊຽນ ຕີລາຄາສູງເລື່ອງ ອິນເດຍ ໄດ້ສະໜັບສະໜູນບົດບາດເປັນໃຈກາງກໍ່ຄືຄວາມມານະພະຍາຍາມຮ່ວມສຳພັນໃນພາກພື້ນ, ກໍ່ສ້າງປະຊາຄົມຂອງ ອາຊຽນ. 2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການພົວພັນຮ່ວມມືຮອບດ້ານ, ເປັນຕົ້ນແມ່ນບັນດາຂົງເຂດເຊິ່ງຕ່າງຝ່າຍຕ່າງມີຜົນປະໂຫຍດລວມຄືເສດຖະກິດ - ການຄ້າ - ການລົງທຶນ, ການສຶກສາ, ການທ່ອງທ່ຽວ…ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໄດ້ຢືນຢັນວ່າ ອິນເດຍ ສືບຕໍ່ຍູ້ແຮງນະໂຍບາຍ “ມຸ່ງໄປສູ່ທິດຕາເວັນອອກ”, ແບ່ງປັນທັດສະນະຂອງ ອິນເດຍ ກ່ຽວກັບເລື່ອງຊຸກຍູ້ການຮ່ວມມືຢູ່ພາກພື້ນມະຫາສະໝຸດອິນເດຍ ແລະ ປາຊີຟິກ. ທ່ານນາຍົກລັດຖະມົນຕີ Modi ໄດ້ປະກາດວ່າ ອິນເດຍ ສະໜອງ 1 ຕື້ USD ໃຫ້ແກ່ບັນດາການເຄື່ອນໄຫວເຊື່ອມຕໍ່ພື້ນຖານໂຄງລ່າງ ແລະ ຮ່ວມມືດີຈີຕອນ, ສືບຕໍ່ໂຄງການຮ່ວມມືດີຈີຕອນກັບບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ CLMV  (ກຳປູເຈຍ, ລາວ, ມຽນມາ, ຫວຽດນາມ), ມອບທຶນການສຶກສາ 1000 ທຶນໃຫ້ບັນດາປະເທດ ອາຊຽນ…

        ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສະໜັບສະໜູນ ອາຊຽນ ແລະ ອິນເດຍ ຍູ້ແຮງການຮ່ວມມືເສດຖະກິດ, ຄວາມໝັ້ນຄົງທາງທະເລ, ການຄ້າ; ການລົງທຶນ; ເຊື່ອມຕໍ່, ໃນນັ້ນ ມີການກໍ່ສ້າງເສັ້ນທາງຄວາມໄວສູງເຊື່ອມຕໍ່ ອິນເດຍ ກັບບັນດາປະເທດແມ່ຂອງ ແລະ ບັນດາໂຄງການອື່ນຢູ່ພາກພື້ນນີ້…ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ການຮັກສາສະພາບແວດລ້ອມແຫ່ງການສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ, ການບິນ ແມ່ນມີຄວາມໝາຍສຳຄັນສຳລັບບັນດາປະເທດທັງໝົດ, ເປັນຕົ້ນແມ່ນບັນດາປະເທດແຄມທະເລ, ຊົມເຊີຍ ແລະ ຕີລາຄາສູງການສະໜັບສະໜູນຂອງ ອິນເດຍ ຕໍ່ບັນດາຫຼັກການ ແລະ ຫຼັກໝັ້ນຂອງ ອາຊຽນ ໃນບັນຫານີ້, ບົນພື້ນຖານຄວາມເໝາະສົມ ແລະ ເຄົາລົບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982.

 

ຕອບກັບ

ຂ່າວ/ບົດ​ອື່ນ