ອິນ​ເດຍ​ ສົ່ງ​ກ່ຳ​ປັ່ນ​ສູ້​ຮົບ 4 ລຳ​ ໄປ​ຍັງ​ທະ​ເລ​ຕ​າ​ເວັນ​ອອກ ເພື່ອ​ເຂົ້າ​ຮ່ວມ​ບັນ​ດາ​ການ​ຊ້ອມ​ຮົບ​ຮ່ວມ​ລະ​ຫວ່າງ​ສອງ​ຝ່າຍ

(VOVWORLD) -ແຈ້ງການຂອງກະຊວງປ້ອງກັນປະເທດ ອິນເດຍ ໃຫ້ຮູ້ວ່າ: ທະຫານເຮືອປະເທດນີ້ ປະຕິບັດການຜັນຂະຫຍາຍຄືປົກກະຕິ ໄປຍັງບັນດາປະເທດເພື່ອນມິດ, ໄປຍັງພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ເພື່ອແນໃສ່ຜັນຂະຫຍາຍຂໍ້ລິເລີ່ມ “ຄວາມໝັ້ນຄົງ ແລະ ການເຕີບໂຕໃຫ້ແກ່ທຸກປະເທດ ໃນພາກພື້ນ - SAGAR” ໂດຍປະເທດນີ້ເລີ່ມຕົ້ນ.
ອິນ​ເດຍ​ ສົ່ງ​ກ່ຳ​ປັ່ນ​ສູ້​ຮົບ 4 ລຳ​ ໄປ​ຍັງ​ທະ​ເລ​ຕ​າ​ເວັນ​ອອກ ເພື່ອ​ເຂົ້າ​ຮ່ວມ​ບັນ​ດາ​ການ​ຊ້ອມ​ຮົບ​ຮ່ວມ​ລະ​ຫວ່າງ​ສອງ​ຝ່າຍ - ảnh 1ກ່ຳປັ່ນສູ້ຮົບ ອິນເດຍ (ພາບ: ANI)

ທະຫານເຮືອ ອິນເດຍ ຫາກໍປະກາດຈະສົ່ງກຸ່ມ 1 ລວມມີກ່ຳປັ່ນສູ້ຮົບ 4 ລຳ ໄປຍັງທະເວຕາເວັນອອກ ໃນໜ້າທີ່ ທີ່ແກ່ຍາວເປັນເວລາ 2 ເດືອນ. ກ່ຳປັ່ນສູ້ຮົບ 4 ລຳລວມມີ: ກ່ຳປັ່ນຂັບໄລ ທີ່ມີລູກສອນໄຟນຳວິຖີ Ranvijay, ກ່ຳປັ່ນຂັບໄລ ທີ່ມີລູກສອນໄຟນຳວິຖີ Shivalik, ກ່ຳປັ່ນປ້ອງກັນຕ້ານກ່ຳປັ່ນດຳນ້ຳ Kadmatt ແລະ , ກ່ຳປັ່ນປ້ອງກັນ ມີລູກສອນໄຟນຳວິຖີ Kora ຈະເລີ່ມເດີນທາງແຕ່ຕົ້ນເດືອນ ສິງຫາ ແລະ ມີຫຼາຍການເຄື່ອນໄຫວກັບ ທະຫານເຮືອບັນດາປະເທດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ປາຊີຟິກຕາເວັນຕົກ. ຕາມກະຊວງປ້ອງກັນປະເທດ ອິນເດຍ ແລ້ວ, ກຸ່ມກ່ຳປັ່ນສູ້ຮົບນີ້ຈະເຂົ້າຮ່ວມບັນດາການຊ້ອມຮົບສອງຝ່າຍກັບທະຫານເຮືອ ມາເລເຊຍ, ຫວຽດນາມ, ຟີລິບປິນ, ສິງກະໂປ, ອິນໂດເນເຊຍ ແລະ ອົດສະຕາລີ. ທະຫານເຮືອ ອິນເດຍ ກໍ່ຈະເຂົ້າຮ່ວມບັ້ນຊ້ອມຮົບຮ່ວມ Malabar 2021 ກັບກຳລັງປ້ອງກັນທາງທະເລ ຂອງ ຍີ່ປຸ່ນ, ທະຫານເຮືອລາຊະອານາຈັກ ອົດສະຕາລີ ແລະ ທະຫານເຮືອ ອາເມລິກາ ຢູ່ປາຊີຟິກຕາເວັນຕົກ.

ແຈ້ງການຂອງກະຊວງປ້ອງກັນປະເທດ ອິນເດຍ ໃຫ້ຮູ້ວ່າ: ທະຫານເຮືອປະເທດນີ້ ປະຕິບັດການຜັນຂະຫຍາຍຄືປົກກະຕິ ໄປຍັງບັນດາປະເທດເພື່ອນມິດ, ໄປຍັງພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ເພື່ອແນໃສ່ຜັນຂະຫຍາຍຂໍ້ລິເລີ່ມ “ຄວາມໝັ້ນຄົງ ແລະ ການເຕີບໂຕໃຫ້ແກ່ທຸກປະເທດ ໃນພາກພື້ນ - SAGAR” ໂດຍປະເທດນີ້ເລີ່ມຕົ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ