ອິນ​ເດຍ: ສູນ​ການ​ຄ້າ 4 ຊັ້ນ​ຖືກ​ໄຟ​ໄໝ້

(VOVWORLD) - ສາຍເຫດພາໃຫ້ເກີດໄຟໄໝ້ ແມ່ນມາຈາກໄຟຟ້າລັດວົງຈອນ ແລະ ອົງການມີໜ້າທີ່ຮັບຜິດຊອບກຳລັງສືບສວນ.
ອິນ​ເດຍ: ສູນ​ການ​ຄ້າ 4 ຊັ້ນ​ຖືກ​ໄຟ​ໄໝ້ - ảnh 1

 (ພາບ: AP/VOV)

   ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 27 ຄົນ ແລະ ນັບສິບຄົນຖືກບາດເຈັບ ໃນເຫດໄຟໄໝ້ຢູ່ສູນການຄ້າ 4 ຊັ້ນຢູ່ທາງທິດຕາເວັນຕົກນະຄອນຫຼວງ ນິວເດລີ ເມື່ອວັນທີ 13 ພຶດສະພາ. ເມື່ອໄຟເລີ່ມລຸກໄໝ້ແຕ່ຊັ້ນທີ 1 ແລະ ແຜ່ລາມໄປທົ່ວສູນດັ່ງກ່າວ, ມີຄົນກຳລັງຢູ່ທາງໃນປະມານ 70 ຄົນ. ກຳລັງກູ້ໄພ ໄດ້ກູ້ຊ່ວຍຊີວິດຂອງຫຼາຍຄົນໂດຍໄວ.     ສາຍເຫດພາໃຫ້ເກີດໄຟໄໝ້ ແມ່ນມາຈາກໄຟຟ້າລັດວົງຈອນ ແລະ ອົງການມີໜ້າທີ່ຮັບຜິດຊອບກຳລັງສືບສວນ. ສ່ວນຫຼາຍສູນການຄ້າດັ່ງກ່າວໄດ້ນຳໃຊ້ເປັນຫ້ອງການເຮັດວຽກ.

ຕອບກັບ

ຂ່າວ/ບົດ​ອື່ນ