ອິນເດຍ - ອາຊຽນ ຍູ້ແຮງການສົ່ງເສີມບັນດາກາລະໂອກາດໃນການລົງທຶນ, ແລກປ່ຽນການຄ້າ

(VOVWORLD) - ຕອນຄ່ຳວັນທີ 21 ກຸມພາ, ຢູ່ New Delhi, ອິນເດຍ, ກະຊວງອຸດສາຫະກຳ ການຄ້າ ອິນເດຍ ໄດ້ສົມທົບກັບສະຫະພັນບັນດາຫ້ອງການອຸດສາຫະກຳ ແລະ ການຄ້າ ອິນເດຍ (FICCI)  ແລະ ສະພາດຳເນີນທຸລະກິດ ອາຊຽນ - ອິນເດຍ (AIBC) ຈັດຕັ້ງງານຕະຫລາດນັດ ແລະ ກອງປະຊຸມຂັ້ນສູງ ອາຊຽນ - ອິນເດຍ ຄັ້ງທີ 4.

ອິນເດຍ - ອາຊຽນ ຍູ້ແຮງການສົ່ງເສີມບັນດາກາລະໂອກາດໃນການລົງທຶນ, ແລກປ່ຽນການຄ້າ - ảnh 1

 ຮ້ານວາງສະແດງຂອງ ຫວຽດນາມ (ພາບ: thoibaotaichinhvietnam.vn)

ທີ່ງານຕະຫລາດນັດຄັ້ງນີ້ ໄດ້ວາງສະແດງ, ແນະນຳຜະລິດຕະພັນ ແລະ ການບໍລິການຂອງວິສາຫະກິດ ອິນເດຍ ແລະ ບັນດາປະເທດ ອາຊຽນ ກ່ວາ 200 ແຫ່ງ. ຫວຽດນາມ ເຂົ້າຮ່ວມງານຕະຫລາດນັດ ອາຊຽນ - ອິນເດຍ ປີນີ້ ດ້ວຍຮ້ານວາງສະແດງ 5 ຮ້ານ, ທີ່ວາງສະແດງບັນດາຜະລິດຕະພັນຄື: ເຄື່ອງສິລະປະຫັດຖະກຳ, ຜະລິດຕະພັນກະເສດ, ການບໍລິການທ່ອງທ່ຽວ ແລະ ຂົນສົ່ງ.

        ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະທີ 1, ທ່ານ ຟ້າມແຊງເຈົາ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ໄດ້ຕີລາຄາວ່າ ເວທີປາໄສນີ້ ແລະ ບັນດາເຫດການທີ່ກ່ຽວຂ້ອງແມ່ນສັນຍານຢ່າງຈະແຈ້ງກ່ຽວກັບນະໂຍບາຍ “ການກະທຳມຸ່ງໄປເຖິງທິດຕາເວັນອອກ” ຂອງ ອິນເດຍ, ເຊິ່ງໃນນັ້ນ, ອາຊຽນ ສວມບົດບາດເປັນສຳຄັນ. ຕາມທ່ານເອກອັກຄະລັດຖະທູດແລ້ວ, ການເຊື່ອມໂຍງຮອບດ້ານລະຫວ່າງ ອາຊຽນ ແລະ ອິນເດຍ ບໍ່ພຽງແຕ່ໄດ້ສ່ອງແສງຜ່ານການເພີ່ມທະວີການແລກປ່ຽນສິນຄ້າ, ການບໍລິການເທົ່ານັ້ນ ຫາກຍັງໃນບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ, ເຊື່ອມຕໍ່ພື້ນຖານໂຄງລ່າງ ແລະ ແລກປ່ຽນວັດທະນະທຳ, ການສຶກສາກໍ່ຄືບັນດາຄຸນຄ່າດ້ານຈິດໃຈອື່ນໆອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ