ອິນເດຍ, ອາເມລິກາ ກະຕຸກຊຸກຍູ້ ປາກິດສະຖານ ລົບລ້າງທຳລາຍບັນດາຖານທີ່ໝັ້ນກໍ່ການຮ້າຍ

(VOVWORLD) - ອິນເດຍ ແລະ ອາເມລິກາ ໄດ້ຮຽກຮ້ອງ ປາກິດສະຖານ ສົມທົບກັນ ເພື່ອທຳລາຍບັນດາຖານທີ່ໝັ້ນກໍ່ການຮ້າຍ ແລະ ບໍ່ສະໜອງບ່ອນຊ້ອນຕົວໃຫ້ບັນດາອົງການກໍ່ການຮ້າຍໃນດິນແດນຂອງຕົນ. 
ອິນເດຍ, ອາເມລິກາ ກະຕຸກຊຸກຍູ້ ປາກິດສະຖານ ລົບລ້າງທຳລາຍບັນດາຖານທີ່ໝັ້ນກໍ່ການຮ້າຍ - ảnh 1  ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ອາເມລິກາ (ພາບ: Reuters)

ວັນທີ 11 ມີນາ, ທີ່ການພົບປະລະຫວ່າງທ່ານ Vijay Gokhale ເລຂາການຕ່າງປະເທດ ອິນເດຍ ແລະ ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ອາເມລິກາ ຢູ່ ວໍຊິງຕັນ, 2 ຝ່າຍໄດ້ເຫັນດີເປັນເອກະພາບວ່າ “ບັນດາປະເທດໜູນຫລັງ ຫຼື ສົ່ງເສີມການກໍ່ການຮ້າຍ ຕ້ອງມີຄວາມຮັບຜິດຊອບ”.

        ແລະກໍ່ໃນການຢ້ຽມຢາມ ອາເມລິກາ, ຄາດວ່າ: ທ່ານ Vijay Gokhale ເລຂາການຕ່າງປະເທດ ອິນເດຍ ຈະພົບປະເຈລະຈາກັບຄູ່ຕຳແໜ່ງ David Hale ຮັບຜິດຊອບບັນດາບັນຫາການເມືອງ ແລະ ທ່ານ Andrea Thompson ຮອບຜິດຊອບການຄວບຄຸມອາວຸດ ແລະ ຄວາມໝັ້ນຄົງສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ