ອິນ​ເດຍ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ ອາ​ຊຽນ

(VOVWORLD) - ອິນເດຍໄດ້ຢັ້ງຢືນການສະໜັບສະໜູນ ຂອງຕົນຕໍ່ບົດບາດເປັນໃຈກາງຂອງ ອາຊຽນ, ວິໄສທັດອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ (AOIP), ກໍ່ຄືບັນດາບູລິມະສິດ
ອິນ​ເດຍ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ ອາ​ຊຽນ - ảnh 1ພາບປະກອບ: aseanbriefing

ທ່ານ ຈະຕຸລົງ ບົວສີສະຫວັດ ຫົວໜ້າກົມ ອາຊຽນ ຂຶ້ນກັບກະຊວງການຕ່າງປະເທດ ລາວ ຢັ້ງຢືນວ່າ ເມື່ອ ອາຊຽນ ສືບຕໍ່ພັດທະນາຢ່າງແຮງ, ອິນເດຍຍັງຄົງແມ່ນຄູ່ຮ່ວມມືທີ່ມີຄຸນຄ່າຂອງອົງການນີ້. ກ່າວຄຳເຫັນຕໍ່ນັກຂ່າວສຳນັກຂ່າວສານ ANI ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ໃນວັນທີ 15 ກໍລະກົດ, ທ່ານ ຫົວໜ້າກົມ ຈະຕຸລົງ ບົວສີສະຫວັດ ເນັ້ນໜັກວາ ອິນເດຍແມ່ນຄູ່ຮ່ວມມືສຳຄັນຂອງ ອາຊຽນ ເມື່ອປະເທດ ອາຊີໃຕ້ນີ້ ໄດ້ ແລະ ພວມມີການຊ່ວຍເຫຼືອຢ່າງຫຼວງຫຼາຍໃຫ້ແກ່ພາກພື້ນ. ອິນເດຍ ກໍ່ໄດ້ຍົກອອກຂໍ້ສະເໜີໃນປີນີ້ກ່ຽວກັບການຫັນເປັນດີຈີຕອນ. ພາຍຫຼັງໄດ້ຮັບການຮັບຮອງເອົາ, ຂໍ້ສະເໜີນີ້ຈະປັບປຸງການພົວພັນ ອິນເດຍ - ອາຊຽນໃຫ້ດີກ່ວາອີກ.

ປີນີ້, ອິນເດຍສະເຫຼີມສະຫຼອງ 10 ປີແຫ່ງການປະຕິບັດນະໂຍບາຍ “ການກະທຳມູ່ງໄປສູ່ທາງທິດຕາເວັນອອກ”, ໃນນັ້ນ ອາຊຽນແມ່ນເສົາຄ້ຳຫຼັກ. ອິນເດຍໄດ້ຢັ້ງຢືນການສະໜັບສະໜູນ ຂອງຕົນຕໍ່ບົດບາດເປັນໃຈກາງຂອງ ອາຊຽນ, ວິໄສທັດອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ (AOIP), ກໍ່ຄືບັນດາບູລິມະສິດ ແລະ ໝາກຜົນໂດຍລາວບັນລຸໄດ້ ໃນບົດບາດເປັນປະທານໝູນວຽນອາຊຽນ ດ້ວຍຫົວຂໍ້ “ອາຊຽນ ເພີ່ມທະວີການເຊື່ອມຈອດ ແລະ ຄວາມສາມາດໃນການຟື້ນຟູ”.

ຕອບກັບ

ຂ່າວ/ບົດ​ອື່ນ