ອິນເດຍ ແມ່ນປະເທດເພື່ອນມິດສັດຊື່ບໍລິສຸດ, ຄູ່ຮ່ວມມືພັດທະນາຂອງ ຫວຽດນາມ

(VOVWORLD) - ເນື່ອງໃນໂອກາດຢ້ຽມຢາມທາງລັດຖະກິດເຖິງ ສ.ອິນເດຍ ແຕ່ວັນທີ 2 – 4 ມີນາ ຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ,
ອິນເດຍ ແມ່ນປະເທດເພື່ອນມິດສັດຊື່ບໍລິສຸດ, ຄູ່ຮ່ວມມືພັດທະນາຂອງ ຫວຽດນາມ - ảnh 1  ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi (ພາບ:TTXVN)

ທ່ານນາງ Preeti Saran ເລຂາທິການຮັບຜິດຊອບຝ່າຍຕາເວັນອອກ ກະຊວງການຕ່າງປະເທດ ອິນເດຍ ໄດ້ຕີລາຄາຢ່າງຕັ້ງໜ້າກ່ຽວກັບບັນດາຜົນງານ ເຊິ່ງ 2 ຝ່າຍບັນລຸໄດ້ໃນໄລຍະຜ່ານມາ ກໍ່ຄືແງ່ຫວັງແຫ່ງການຮ່ວມມື ເພື່ອການພັດທະນາຂອງ 2 ປະເທດໃນອະນາຄົດ.

        ທ່ານນາງ Preeti Saran ຖືວ່າ ໃນຊຸມປີຜ່ານມາ, ດ້ວຍບັນດາເງື່ອນໄຂກ່ຽວກັບຍຸດທະສາດ ແລະ ການເຕີບໂຕເສດຖະກິດຢູ່ທັງ 2 ປະເທດຢ່າງໝັ້ນຄົງເຂັ້ມແຂງ, ການພົວພັນ 2 ຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ ໄດ້ເພີ່ມທະວີ ແລະ ເປີດກ້ວາງໃນຫລາຍຂົງເຂດ. ໃນນັ້ນ, ຂົງເຂດຮ່ວມມືດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບບັນລຸໄດ້ໝາກຜົນລະອຽດຫລາຍຢ່າງ. ຕາມທ່ານນາງ Preeti Saran ແລ້ວ, ຫວຽດນາມ ແມ່ນເສົາຄ້ຳສຳຄັນໃນນະໂຍບາຍ “ການກະທຳມຸ່ງໄປເຖິງທິດຕາເວັນອອກ” ຂອງ ອິນເດຍ ກໍ່ຄືການຮ່ວມມືຂອງປະເທດນີ້ກັບ ອາຊຽນ, ທ່ານນາງ Preeti Saran ເນັ້ນໜັກວ່າ ອິນເດຍ ແລະ ຫວຽດນາມ ພວມແມ່ນຄູ່ຮ່ວມມືເສດຖະກິດສຳຄັນຂອງ ອາຊຽນ. ທ່ານນາງ Preeti Saran ຖືວ່າ: ການພົວພັນເສດຖະກິດ 2 ຝ່າຍກັບ ຫວຽດນາມ ໄດ້ຊ່ວຍເປີດກ້ວາງສາຍພົວພັນລະຫວ່າງ ອິນເດຍ ແລະ ອາຊຽນ.

        ທ່ານນາງ Preeti Saran ຢັ້ງຢືນວ່າ: ອິນເດຍ ຍາມໃດກໍ່ແມ່ນປະເທດເພື່ອນມິດສັດຊື່ບໍລິສຸດ ແລະ ຄູ່ຮ່ວມມືພັດທະນາຂອງ ຫວຽດນາມ. ທ່ານນາງ Preeti Saran ເນັ້ນໜັກວ່າ ອິນເດຍ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນທີ່ສຸດໃນພາກພື້ນ ອາຊຽນ ບໍ່ພຽງແຕ່ຍ້ອນ 2 ປະເທດມີການພົວພັນກ່ຽວກັບປະຫວັດສາດ ແລະ ວັດທະນະທຳຢ່າງເລິກເຊິ່ງເທົ່ານັ້ນ ຫາກຍັງມີຄວາມເໝາະສົມກ່ຽວກັບບັນດາຈິນຕະນາການ ແລະ ຜົນປະໂຫຍດຍຸດທະສາດອີກດ້ວຍ.

        ກ່ຽວກັບບັນຫາຮັກສາສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຢູ່ພາກພື້ນ ອາຊີ, ມະຫາສະໝຸດອິນເດຍ - ປາຊີຟິກ ກໍ່ຄືຢູ່ທະເລຕາເວັນອອກ, ທ່ານນາງ Preeti Saran ຖືວ່າ: ທັງ ອິນເດຍ ແລະ ຫວຽດນາມ ມີວິໄສທັດລວມກ່ຽວກັບສັນຕິພາບ, ສະຖຽນລະພາບ ແລະ ຄວາມສະຫງົບປອດໄພຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ