ອິນ​ເດຍ ແລະ ຈີນ ຢັ້ງ​ຢືນ​ ໄດ້​ປະ​ຕິ​ບັດ​ສຳ​ເລັດ​ວິ​ວັດ​ການ​ຖອນ​ກຳ​ລັງ​ທະ​ຫານ​ອອກ​ຈາກ​ເຂດ​ຂັດ​ແຍ້ງ​ກັນ

(VOVWORLD) -ບັນດາທະຫານຂອງ ອິນເດຍ ແລະ ຈີນ ໄດ້ປະຕິບັດສຳເລັດວິວັດການຖອນກຳລັງອອກຈາກເຂດຂັດແຍ້ງກັນຢູ່ ທາງທິດຕາເວັນຕົກ ພູ ຫິມະໄລ ພາຍຫຼັງຄວາມເຄັ່ງຕຶງເພີ່ມຂຶ້ນເປັນເວລາຫຼາຍເດືອນ.
ອິນ​ເດຍ ແລະ ຈີນ ຢັ້ງ​ຢືນ​ ໄດ້​ປະ​ຕິ​ບັດ​ສຳ​ເລັດ​ວິ​ວັດ​ການ​ຖອນ​ກຳ​ລັງ​ທະ​ຫານ​ອອກ​ຈາກ​ເຂດ​ຂັດ​ແຍ້ງ​ກັນ - ảnh 1ອິນເດຍ ແລະ ຈີນ ຢັ້ງຢືນ ໄດ້ປະຕິບັດສຳເລັດວິວັດການຖອນກຳລັງທະຫານອອກຈາກເຂດຂັດແຍ້ງກັນ (ພາບ: National Herald India)
ວັນທີ 21 ກຸມພາ, ອິນເດຍ ໄດ້ຢັ້ງຢືນວ່າ ບັນດາທະຫານຂອງປະເທດນີ້ ແລະ ຈີນ ໄດ້ປະຕິບັດສຳເລັດວິວັດການຖອນກຳລັງອອກຈາກເຂດຂັດແຍ້ງກັນຢູ່ ທາງທິດຕາເວັນຕົກ ພູ ຫິມະໄລ ພາຍຫຼັງຄວາມເຄັ່ງຕຶງເພີ່ມຂຶ້ນເປັນເວລາຫຼາຍເດືອນ.

        ໃນຖະແຫຼງການຮ່ວມຂອງກະຊວງປ້ອງກັນປະເທດ ອິນເດຍ ແລະ ຈີນ ໃຫ້ຮູ້ວ່າ ໃນການເຈລະຈາລະດັບຜູ້ບັນຊາການທະຫານ ຄັ້ງທີ 10 ທີ່ຖືກດຳເນີນໃນວັນທີ 20 ກຸມພາ, ສອງຝ່າຍໄດ້ຕີລາຄາຢ່າງຕັ້ງໜ້າກ່ຽວກັບການປະຕິບັດສຳເລັດວິວັດການຖອນກຳລັງທະຫານແນວໜ້າອອກຈາກເຂດໜອງ Pangong. ຖະແຫຼງການດັ່ງກ່າວ ກໍຢັ້ງຢືນວ່າ ການກະທຳດັ່ງກ່າວ ແມ່ນບາດກ້າວເດີນສຳຄັນ ແລະ ແມ່ນການເລີ່ມຕົ້ນທີ່ດີງາມໃຫ້ແກ່ມາດຕະການແກ້ໄຂການຂັດແຍ້ງຕ່າງໆຢູ່ເຂດທາງທິດຕາເວັນຕົກຂອງເສັ້ນຊາຍແດນທີ່ເກີດການຂັດແຍ້ງກັນນີ້.


 

ຕອບກັບ

ຂ່າວ/ບົດ​ອື່ນ