ອິນເດຍ ແລະ ຈີນ ສຳເລັດການຖອນທະຫານຢູ່ Ladakh ຕາເວັນອອກ

(VOVWORLD) -ປະຈຸບັນ, ອິນເດຍ ແລະ ຈີນ ໄດ້ແກ້ໄຂທຸກຈຸດທີ່ເກີດການຂັດແຍ້ງກັນນັບແຕ່ເດືອນ ພຶດສະພາ 2020.
ອິນເດຍ ແລະ ຈີນ ສຳເລັດການຖອນທະຫານຢູ່ Ladakh ຕາເວັນອອກ  - ảnh 1ທະຫານ ອິນເດຍ ຢູ່ໃກ້ກັບເຂດ Ladakh
(ພາບປະກອບ: AFP/TTXVN)

        ວັນທີ 13 ກັນຍາ, ກອງທັບຂອງ ອິນເດຍ ແລະ ຈີນ ໄດ້ສຳເລັດການຖອນທະຫານອອກຈາກເຂດ Gogra Heights – Hot Springs ໃກ້ກັບເຂດລາດຕາເວນ 15 ຢູ່ Ladakh ຕາເວັນອອກ. ນີ້ແມ່ນຈຸດຂັດແຍ້ງສຸດທ້າຍເຊິ່ງ 2 ຝ່າຍພ້ອມກັນແກ້ໄຂ.

        ວິວັດທະນາການຖອນທະຫານເລີ່ມແຕ່ວັນທີ 08 ກັນຍາ, ພາຍຫຼັງທີ່ 2 ຝ່າຍດຳເນີນຮອບເຈລະຈາຄັ້ງທີ 16 ຂັ້ນຜູ້ບັນຊາການກອງພົນໃຫຍ່. ກອງທັບ 2 ປະເທດໄດ້ຮັບຖືວ່າຈະຍົກຍ້າຍຈາກທີ່ຕັ້ງໃນປະຈຸບັນກັບເມືອເສັ້ນທາງຊາຍແດນຄວບຄຸມພື້ນທີ່ຕົວຈິງ (LAC). ວິວັດທະນາການຖອນທະຫານລວມມີການມ້າງພື້ນຖານໂຄງລ່າງໂດຍ 2 ຝ່າຍກໍ່ສ້າງຢູ່ສະຖານທີ່ເຊິ່ງເຂົາເຈົ້າໄດ້ຜັນຂະຫຍາຍທະຫານ ພ້ອມກັບຊັບສົມບັດອື່ນໆ.

        ປະຈຸບັນ, ອິນເດຍ ແລະ ຈີນ ໄດ້ແກ້ໄຂທຸກຈຸດທີ່ເກີດການຂັດແຍ້ງກັນນັບແຕ່ເດືອນ ພຶດສະພາ 2020.

ຕອບກັບ

ຂ່າວ/ບົດ​ອື່ນ