ອິນເດຍ ແລະ ຍີ່ປຸ່ນ ຈັດຕັ້ງການຊ້ອມຮົບຂອງກອງທັບອາກາດສອງຝ່າຍຄັ້ງທຳອິດ

(VOVWORLD) - ການຊ້ອມຮົບມີຊື່ວ່າ CarthVeer Guardian-2023, ດ້ວຍການເຂົ້າຮ່ວມຂອງ IAF ແລະ ກຳລັງປ້ອງກັນອາກາດ ຍີ່ປຸ່ນ (JASDF)...

ວັນທີ 7 ມັງກອນ, ກອງທັບອາກາດ ອິນເດຍ (IAF) ປະກາດວ່າ ປະເທດນີ້ ແລະ ຍີ່ປຸ່ນ ຈະຈັດການຊ້ອມຮົບກອງທັບອາກາດສອງຝ່າຍຄັ້ງທຳອິດໃນລະຫວ່າງວັນທີ 12 – 26 ມັງກອນ, ການກະທຳນີ້ສ່ອງແສງໃຫ້ເຫັນການພົວພັນດ້ານປ້ອງກັນຊາດນັບມື້ນັບໄດ້ເພີ່ມທະວີລະຫວ່າງສອງປະເທດ.

ການຊ້ອມຮົບມີຊື່ວ່າ CarthVeer Guardian-2023, ດ້ວຍການເຂົ້າຮ່ວມຂອງ IAF ແລະ ກຳລັງປ້ອງກັນອາກາດ ຍີ່ປຸ່ນ (JASDF), ຈະຈັດຂຶ້ນຢູ່ຖານທີ່ໝັ້ນການທະຫານຂອງກອງທັບອາກາດ Hyakuri ຂອງຍີ່ປຸ່ນ.

ໃນການພົບປະເຈລະຈາ 2+2 ຂັ້ນລັດຖະມົນຕີ ຄັ້ງທີ 2 ຢູ່ໂຕກຽວ ໃນເດືອນ ກັນຍາ 2022, ອິນເດຍ ແລະ ຍີ່ປຸ່ນ ໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືປ້ອງກັນຊາດສອງຝ່າຍ ແລະ ດຳເນີນການຊ້ອມຮົບຫຼາຍກ່ວາອີກ, ໃນນັ້ນມີການຈັດຕັ້ງການຊ້ອມຮົບຮ່ວມກອງທັບອາກາດຮ່ວມຄັ້ງທຳອິດດັ່ງກ່າວ./.

ຕອບກັບ

ຂ່າວ/ບົດ​ອື່ນ