ອິນເດຍ ແລະ ຍີ່ປຸ່ນ ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງ, ປ້ອງກັນຊາດ

(VOVWORLD) - ທີ່ກອງປະຊຸມ, 2 ປະເທດເຫັນດີສ້າງຂອບເຂດໃໝ່ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງ, ສອດຄ່ອງກັບຄວາມມຸ່ງມາດປາດຖະໜາຢາກເປີດກວ້າງການພົວພັນຍຸດທະສາດສັງລວມ.
ອິນເດຍ ແລະ ຍີ່ປຸ່ນ ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງ, ປ້ອງກັນຊາດ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ S. Jaishankar
(ພາບປະກອບ: TTXVN)

        ອິນເດຍ ແລະ ຍີ່ປຸ່ນ ບັນລຸໄດ້ຫຼາຍຂໍ້ຕົກລົງສຳຄັນກ່ຽວກັບການຮ່ວມມືດ້ານຄວາມໝັ້ນຄົງ ແລະ ການປ້ອງກັນຊາດ ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ແລະ ປ້ອງກັນຊາດ 2+3 ຄັ້ງທີ 3, ດຳເນີນໃນວັນທີ 20 ສິງຫາ, ຢູ່ New Dehli, ປະເທດ ອິນເດຍ.

        ທີ່ກອງປະຊຸມ, 2 ປະເທດເຫັນດີສ້າງຂອບເຂດໃໝ່ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງ, ສອດຄ່ອງກັບຄວາມມຸ່ງມາດປາດຖະໜາຢາກເປີດກວ້າງການພົວພັນຍຸດທະສາດສັງລວມ. 2 ຝ່າຍກໍ່ຢືນຢັນຄືນໃໝ່ຄວາມຕັດສິນໃຈຮ່ວມມືເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນ ມະຫາສະໝຸດດິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ. ທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ S. Jaishankar ໃຫ້ຮູ້ວ່າ, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາທິດທາງໃໝ່ໃນການຮ່ວມມືດ້ານເຕັກໂນໂລຊີ, ຄົ້ນຄວ້າ ແລະ ກະສິກຳ. ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມື ໂດຍອີງໃສ່ຄວາມໄວ້ເນື້ອເຊື່ອໃຈໃນຂົງເຂດເຕັກໂນໂລຊີຫາກໍ່ພົ້ນເດັ່ນ, ລວມທັງດ້ານປ້ອງກັນຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ