ອິນເດຍ ແລະ ປາກິດສະຖານ ປຶກສາຫາລື ກ່ຽວກັບການເປີດແລວ Kartarpur

(VOVWORLD) -ສອງຝ່າຍເຫັນດີຈະສືບຕໍ່ດໍາເນີນການເຈລະຈາໃນ 2 – 3 ອາທິດຈະມາເຖິງ ເພື່ອກ້າວໄປເຖິງການບັນລຸໄດ້ຂໍ້ຕົກລົງສຸດທ້າຍ.

ໃນວັນທີ 14 ມີນາ, ອິນເດຍ ແລະ ປາກິດສະຖານ ໄດ້ຈັດຕັ້ງການເຈລະຈາຄັ້ງທໍາອິດ ກ່ຽວກັບແລວ Kartarpur ແນໃສ່ສ້າງເງື່ອນໄຂໃຫ້ຊາວ ອິນເດຍ ເດີນທາງໄປເຂົ້າຮ່ວມງານ ສະເຫຼີມສະຫຼອງ 550 ປີ ແຫ່ງວັນຄ້າຍວັນເກີດ ຜູ້ເຜີຍແຜ່ສາສະໜາ Nanak Dev  ຢູ່ Gurdwara Darbar Sahid - ເຊິ່ງເປັນໂບດແຫ່ງໜຶ່ງຂອງສາສະໜາ Sikh ປະເທດ ປາກິດສະຖານ ທີ່ຕັ້ງຢູ່ບໍລິເວນທາງທິດຕາເວັນຕົກ ປາກິດສະຖານ. ຕາມທ່ານ Raveesh Kumar ໂຄສົກກະຊວງການຕ່າງປະເທດ ອິນເດຍ ແລ້ວ, ນີ້ແມ່ນການເຈລະຈາ ທີ່ “ເປິດອົກເປິດໃຈ”, ເຈົ້າໜ້າທີ່ສອງຝ່າຍ ໄດ້ພົບກັນຢູ່ Attari ຂອງ ອິນເດຍ, ປຶກສາຫາລືກ່ຽວກັບດ້ານເຕັກນິກ ແລະ ສ້າງຮ່າງຂໍ້ຕົກລົງອະນຸຍາດໃຫ້ຍົກເວັ້ນ ວີຊາ ສໍາລັບຊາວ ອິນເດຍ ທີ່ໄປຮ່ວມງານຜ່ານແລວດັ່ງກ່າວ.

        ໃນຂະນະນັ້ນ, ແຈ້ງການຂອງກະຊວງການຕ່າງປະເທດ ປາກິດສະຖານ ພາຍຫຼັງການເຈລະຈາດັ່ງກ່າວ ຊີ້ແຈ້ງວ່າ: “ສອງຝ່າຍໄດ້ມີການປຶກສາຫາລືຢ່າງລະອຽດ ແລະ ມີລັກສະນະສ້າງສັນກ່ຽວກັບຫຼາຍບັນຫາ ແລະ ບັນດາເງື່ອນໄຂຂອງຂໍ້ຕົກລົງທີ່ໄດ້ສະເໜີມາ ແລະ ເຫັນດີນໍາກັນວ່າ ຈະສືບຕໍ່ສົມທົບກັນເພື່ອຜັນຂະຫຍາຍແລວ Kartarpur ໂດຍໄວ”. ສອງຝ່າຍເຫັນດີຈະສືບຕໍ່ດໍາເນີນການເຈລະຈາໃນ 2 – 3 ອາທິດຈະມາເຖິງ ເພື່ອກ້າວໄປເຖິງການບັນລຸໄດ້ຂໍ້ຕົກລົງສຸດທ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ