ອິນເດຍ ແລະ ລັດເຊຍ ຍູ້ແຮງການພົວພັນຮ່ວມມືຍຸດທະສາດ

ອິນເດຍ ແລະ ລັດເຊຍ ຍູ້ແຮງການພົວພັນຮ່ວມມືຍຸດທະສາດ - ảnh 1
ທ່ານ​ປະທານາທິບໍດີ Putin ​ແລະ ທ່ານ​ນາຍົກລັດຖະມົນຕີ Modi
(ພາບ: India TV)


(vovworld) – ທີ່​ການ​ພົບ​ປະ​ຂັ້ນ​ສູງ​ປະຈຳ​ປີ​ລະຫວ່າງ​ອິນ​ເດຍ ​- ລັດ​ເຊຍ ຄັ້ງ​ທີ 15, ​ເຊິ່ງດຳ​ເນີນ​ໄປ​ຢູ່​ New Delhi ​ໃນ​ວັນ​ທີ 11/12, ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ແລະ ທ່ານ​ນາຍົກລັດຖະມົນຕີອິນ​ເດຍ Narendra Modi ​ໄດ້​ປຶກສາ​ຫາ​ລື​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນຄູ່​ຮ່ວມ​ມືຍຸດທ​ະສາດ​​ໃນ​ບັນດາ​ຂົງ​ເຂດປ້ອງ​ກັນຊາ​ດ, ພະລັງງານ ​ແລະ ການ​ຄ້າ​ຢ່າງ​ແຮງກວ່າ​ອີກ. ພາຍຫຼັງ​ການ​ພົບ​ປະ​ຂັ້ນ​ສູງ, ທ່ານ​ປະທານາທິບໍດີ Putin ​ແລະ ທ່ານ​ນາຍົກລັດຖະມົນຕີ Modi ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື 20 ສະບັບທີ່ກ່ຽວຂ້ອງ​ເຖິງ​ການ​ບຳລຸງ​ສ້າງ​ດ້ານ​ການ​ທະຫານ, ນຳ​ໃຊ້​ພະລັງງານ​ປະລະມານູ​ເພື່ອ​ຈຸດໝາຍ​ສັນຕິພາບ, ນ້ຳມັນ​ອ້າຍ​ເກັດ, ການ​ເງິນ….

        ​ເມື່ອຖະ​ແຫຼ​ງກັບ​ວົງ​ການ​ນັກ​ຂ່າວ​ພາຍຫຼັງ​ການ​ພົບ​ປະ​ຂັ້ນ​ສູງ​ກັບ​ທ່ານ​ປະທານາທິບໍດີ​ລັ​ດ​ເຊຍ Putin, ທ່ານ​ນາຍົກລັດຖະມົນຕີ Modi ຢືນຢັນ​ວ່າ, ​ທີ່​ຕັ້ງ​ໜຶ່ງ​ດຽວຂອງ​ລັດ​ເຊຍ ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ອິນ​ເດຍ ​ບໍ່​ມີ​ການປ່ຽນ​ແປ່​ງ, ລັດ​ເຊຍ ຍັງ​ຄົງແມ່ນ​ຄູ່​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດສຳຄັນ​ທີ່​ສຸດ​ຂອງ​ອິນ​ເດຍ. ທ່ານ​ນາຍົກລັດຖະມົນຕີ Modi ​​ໃຫ້​ຮູ້​ວ່າ, ທ່ານ ແລະ ທ່ານ​ປະທານາທິບໍດ​ີ Putin ກໍ່ຈະ​ປຶກສາ​ຫາລື​ບັນດາ​ໂຄງການ​ປ້ອງ​ກັນຊາດ​ໃໝ່, ວິທີ​ການ​ປັບປຸງ​ການ​ພົວພັນ​ດ້ານ​ປ້ອງ​ກັນຊາ​ດ ຕາມ​ບຸລິມະສິດ​ຂອງ​ອິນ​ເດຍ, ​ໃນ​ນັ້ນ​ມີ​ເລື່ອງ​ລັດ​ເຊຍ ສ້າງ​ຕັ້ງ​ບັນດາ​ຮາກຖານ​ຜະລິດ​​ເຄື່ອງ​ອຸປະ​ກອບ​ດ້ານ​ປ້ອງ​ກັນຊາ​ດຢູ່ອິນ​ເດຍ .

ຂ່າວ/ບົດ​ອື່ນ