ອິນ​ເດຍ ແລະ ອັງ​ກິດ ຮັບ​ຮ​ອງ​ເອົາ​ແຜນ​ການ​ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ​ຮອດ​ປີ 2030

(VOVWORLD) -ຕອນຄ່ຳວັນທີ 04 ພຶດສະພາ, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໄດ້ມີກອງປະຊຸມທາງອອນລາຍກັບຄູ່ຕຳແໜ່ງ ອັງກິດ Boris Johnson ດ້ວຍເນື້ອໃນຕົ້ນຕໍແມ່ນ ຮັບຮອງເອົາ “ແຜນການ 2030” ເພື່ອຍົກລະດັບການພົວພັນສອງຝ່າຍໃຫ້ຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ອິນ​ເດຍ ແລະ ອັງ​ກິດ ຮັບ​ຮ​ອງ​ເອົາ​ແຜນ​ການ​ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ​ຮອດ​ປີ 2030 - ảnh 1 ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ  Narendra Modi (ພາບ:  PTI)

 ຕາມແຜນການແລ້ວ, ການນຳສອງປະເທດ ໄດ້ເລີ່ມເຄື່ອນໄຫວການພົວພັນຄູ່ຮ່ວມມືການຄ້າເພີ່ມທະວີ (ETP) ເພື່ອແນໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນດ້ານການຄ້າສອງຝ່າຍ ແລະ ຕັ້ງເປົ້າໝາຍຍົກວົງເງິນການຄ້າສອງສົ້ນແຕ່ນີ້ຮອດປີ 2030 ໃຫ້ເພີ່ມຂຶ້ນທົບສອງເທົ່າ. ອິນເດຍ ແລະ ອັງກິດ ກໍເຫັນດີກ່ຽວກັບແຜນການເຈລະຈາ ສົນທິສັນຍາການຄ້າເສລີ (FTA) ຮອບດ້ານ ແລະ ດຸ່ນດ່ຽງ. ນອກຈາກນັ້ນ, ສອງຝ່າຍກໍໄດ້ປະກາດ “ແຜນການຄູ່ຮ່ວມມືປ່ຽນແປງໃໝ່ທົ່ວໂລກ” ສະບັບໃໝ່ ລະຫວ່າງ ອິນເດຍ - ອັງກິດ ເພື່ອແນໃສ່ໜູນຊ່ວຍການຖ່າຍຖອດບັນດາການປ່ຽນແປງໃໝ່ປະດິດຄິດສ້າງ ທີ່ມີລັກສະນະຮອບດ້ານຂອງ ອິນເດຍ ໃຫ້ບັນດາປະເທດພວມພັດທະນາ, ໂດຍເລີ່ມແຕ່ ອາຟະລິກາ; ເຫັນດີເພີ່ມທະວີການຮ່ວມມືກ່ຽວກັບເຕັກໂນໂລຢີໃໝ່ ແລະ ຫາກໍ່ພົ້ນເດັ່ນ; ເພີ່ມທະວີການພົວພັນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການເດີນເຮືອ, ການຕ້ານການກໍ່ການຮ້າຍ…

        ການນຳສອງປະເທດກໍໃຫ້ຮູ້ວ່າ ແຜນການດັ່ງກ່າວ ຈະເປີດຊ່ອງທາງແກ່ການເພີ່ມທະວີ ແລະ ເຮັດໃຫ້ສອງປະເທດເຂົ້າຮ່ວມບັນດາຂົງເຂດສຳຄັນໃນ 10 ປີ ຈະມາເຖິງ ເປັນຕົ້ນແມ່ນ ການພົວພັນແລກປ່ຽນປະຊາຊົນ, ເສດຖະກິດ ແລະ ການຄ້າ, ການປ້ອງກັນຊາດ ແລະ ການປ້ອງກັນຄວາມສະຫງົບ, ດິນຟ້າອາກາດ ແລະ ສາທາລະນະສຸກ. 

ຕອບກັບ

ຂ່າວ/ບົດ​ອື່ນ