ອິນເດຍ ໜູນຊ່ວຍຮີບດ່ວນໃຫ້ບັນດາຜູ້ປະສົບເຄາະຮ້າຍໃນເຫດແຜນດິນໄຫວຢູ່ ເນປານ

(VOVWORLD) - ງວດເຄື່ອງຊ່ວຍເຫຼືອຮີບດ່ວນທຳອິດຂອງ ອິນເດຍ ໄດ້ສົ່ງເຖິງນະຄອນ Nepalgunj ຂອງ ເນປານ ແລ້ວ.
ອິນເດຍ ໜູນຊ່ວຍຮີບດ່ວນໃຫ້ບັນດາຜູ້ປະສົບເຄາະຮ້າຍໃນເຫດແຜນດິນໄຫວຢູ່ ເນປານ - ảnh 1ເກີດເຫດແຜນດິນໄຫວຢູ່ ເນປານ ມີຄວາມແຮງ 6,4 ອົງສາ
(ພາບ: THX/TTXVN)

        ວັນທີ 05 ພະຈິກ, ວົງການເຈົ້າໜ້າທີ່ ອິນເດຍ ໃຫ້ຮູ້ວ່າ, ເຮືອບິນພິເສດ C-130 ຂອງກອງທັບອາກາດ ອິນເດຍ ໄດ້ໄປຮອດ ເນປານ, ຂົນສົ່ງເຄື່ອງອຸປະຖຳຮີບດ່ວນເປັນຄັ້ງທຳອິດທີ່ມີມູນຄ່າ 1,2 ລ້ານ USD, ລວມມື ຕູບ, ຜ້າຫົ່ມ, ຜ້າປົກ, ເຄື່ອງອຸປະກອນການແພດ… ງວດເຄື່ອງຊ່ວຍເຫຼືອຮີບດ່ວນທຳອິດຂອງ ອິນເດຍ ໄດ້ສົ່ງເຖິງນະຄອນ Nepalgunj ຂອງ ເນປານ ແລ້ວ.

        ອິນເດຍ ໄດ້ໜູນຊ່ວຍໃຫ້ ເນປານ ຕາມຄຳໝັ້ນສັນຍາຂອງທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ເພື່ອຊ່ວຍໃຫ້ບັນດາຜູ້ປະສົບເຄາະຮ້າຍໃນເຫດແຜນດິນໄຫວດ້ວຍທຸກວິທີທີ່ສາມາດເຮັດໄດ້. ຕອນຄ່ຳວັນທີ 03 ພະຈິກ, ເກີດເຫດແຜນດິນໄຫວຢູ່ ເນປານ ມີຄວາມແຮງ 6,4 ອົງສາ, ເຮັດໃຫ້ 157 ຄົນເສຍຊີວິດ ແລະ ມີຜູ້ຮັບບາດເຈັບກວ່າ 250 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ