ອິນເດຍກ່າວເຕືອນປາກິດສະຖານລະເມີດຄຳສັ່ງຢຸດຍິງຢູ່Kashmir

ອິນເດຍກ່າວເຕືອນປາກິດສະຖານລະເມີດຄຳສັ່ງຢຸດຍິງຢູ່Kashmir - ảnh 1
ທະຫານປ້ອງກັນຊາຍແດນຢູ່ເຂດຊາຍແດນໃກ້ກັບປາກິດສະຖານ
ພາບ:internet


(vovworld) - ວັນ​ທີ 1/6, ວິທະຍຸ​ກະຈາຍສຽງ​ອິນ​ເດຍ AIR​ໄດ້​ໃຫ້​ຂ່າວ​ວ່າ: ກອງທັບ​ປະ​ເທດ​ນີ້​ກ່າວ​ເຕືອນ​ຝ່າຍ​ປາ​ກິດ​ສະຖານ​ລະ​ເມີດ​ຄຳ​ສັ່ງ​ຢຸດ​ຍິງ ​ແລະ ບຸກ​ໂຈມ​ຕີ​ບັນດາ​ປ້ອມ​ກວດກາ​ຂອງ​ອິນ​ເດຍຢູ່​​ເຂດ Kashmia. ຕາ​ມວິທະຍຸ​ດັ່ງກ່າວ​ແລ້ວ, ການ​ກະທຳ​ລະ​ເມີດ​ຄຳ​ສັ່ງ​ຢຸດ​ຍິງ​ແມ່ນ​ເກີດ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 31/5 ຢູ່​ເມືອງ​ຊາຍ​ແດນ  Kupwara. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທະຫານ​ອິນ​ເດຍ​ໄດ້​ລະງັບ​ໃຈ ​ແລະ ບໍ່​ຍິງ​ປືນ​ໂຕ້​ຕອບ. ​ເຫດການ​ດັ່ງກ່າວ​ບໍ່​ກໍ່​ຄວາມ​ເສຍ​ຫາຍ​ທາງ​ດ້ານ​ຊັບ​ສິນ​ກໍ່​ຄື​ຊີວິດ​ອິນ​ຊີ. ​ເຂດ Kashmia ​ແມ່ນ​ເຂດ​ດິນ​ແດນ​ຊື່​ງ ອິນ​ເດຍ ​ແລະ ປາ​ກິດ​ສະຖານ ລ້ວນ​ແຕ່​ຖະ​ແຫລ​ງອະທິປະ​ໄຕ. ນີ້​ແມ່ນ​ສາຍ​ເຫດ​​ເຮັດ​ໃຫ້​ເກີດ​ສົງ​ຄາມ​ລະຫວ່າງ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ນີ້​ນັບ​ແຕ່​ປີ 1974. ສອງ​ຝ່າຍ​ໄດ້​ປະຕິບັດ​ຄຳ​ສັ່ງ​ຢຸດ​ຍິງ​ LOC ​ແລະ ​​ໄດ້​ແບ່ງ​ເຂດ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ​ຢູ່ Kashmia ນັບ​ແຕ່​ປີ 2003.

ຂ່າວ/ບົດ​ອື່ນ