ອິນ​ເດຍ​ຕັດ​ສິນ​ໃຈ​ບໍ່​ກັບ​ຄືນ​ສູ່ RCEP

(VOVWORLD) -ລັດຖະບານອິນເດຍຈະບໍ່ພິຈາລະນາຄືນຄຳຕັດສິນຢຸດຕິການເຂົ້າຮ່ວມສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ (RCEP) ໃນສະພາບການບັນດາປະເທດເຂົ້າຮ່ວມການເຈລະຈາພວມສູ້ຊົນປະຕິບັດຂໍ້ຕົກລົງນີ້ໃຫ້ສຳເລັດຜົນໃນທ້າຍປີນີ້. 
ອິນ​ເດຍ​ຕັດ​ສິນ​ໃຈ​ບໍ່​ກັບ​ຄືນ​ສູ່ RCEP - ảnh 1ພາບປະກອບ: The Strait Times

ສາຍເຫດ ແມ່ນຍ້ອນການພົວພັນທີ່ພວມເຄັ່ງຕຶງກັບຈີນ, ໂດຍເປັນປະເທດສະມາຊິກເຂົ້າຮ່ວມ RCEP. ບັນດາແຫຼ່ງຂ່າວລັດຖະບານ ອິນເດຍຍັງໃຫ້ຮູ້ວ່າ ອິນເດຍຕັດສິນຈະບໍ່ເຂົ້າຮ່ວມບໍ່ວ່າຂໍ້ຕົກລົງການຄ້າໃດ ທີ່ມີສະມາຊິກແມ່ນຈີນ.

        ປັດຈຸບັນ, RCEP ມີ 15 ປະເທດສະມາຊິກ ເຂົ້າຮ່ວມການເຈລະຈາເຊິ່ງລວມມີ 10 ປະເທດອາຊີຕາເວັນອອກສ່ຽງໃຕ້ ພ້ອມກັບ 5 ປະເທດຄູ່ຮ່ວມມື ຄື ອົດສະຕາລີ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ນິວຊີແລນ.

ຟານຕຸ່ງ, ນັກຂ່າວ VOV ປະຈຳອິນເດຍ

ຕອບກັບ

ຂ່າວ/ບົດ​ອື່ນ