ອິນເດຍຖືເປັນສຳຄັນຊຸກຍູ້ການຮ່ວມມືດ້ານປ້ອງກັນຄວາມສະຫງົບກັບຫວຽດນາມ

ອິນເດຍຖືເປັນສຳຄັນຊຸກຍູ້ການຮ່ວມມືດ້ານປ້ອງກັນຄວາມສະຫງົບກັບຫວຽດນາມ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Modi ຕ້ອນ​ຮັບ ພົນ​ເອກ ໂງ​ຊວນ​ລີກ
(ພາບ: mod.gov.vn)

(vovworld) – ​ ​​​​​​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ອິນ​ເດຍ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 4 – 7/12/2016, ທ່ານ ພົນ​ເອກ ໂງ​ຊວນ​ລີກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ ຫວຽດ​ນາມ ມີ​ການ​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ Narendra Modi ທີ່​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຢູ່ ນິວ​ເດ​ລີ ໃນ​ຕອ​ນ​ຄ່ຳ​ວັນ​ທີ 5/12. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Modi ໄດ້​ຕີ​ລາ​ຄາ​ສູງ​ການ​ພົວ​ພັນ ອິນ​ເດຍ ແລະ ຫວຽດ​ນາມ ເວົ້​າ​ລວ​ມ ແລະ ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດ​ເວົ້າ​ສະ​ເພາະ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Modi ໄດ້​ສະ​ແດງ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ, ໃນ​ນັ້ນ​ໄດ້​ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຂອງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ ແລະ ຢັ້ງ​ຢືນ​ວ່າ ຍາມ​ໃດ ອິນ​ເດຍ ກໍ່​ຢູ່​ຄຽງ​ຂ້າງ ຫວຽດ​ນາມ ໃນ​ຈຸດ​ເວ​ລາ​ປະ​ສົບ​ກັບ​ຄວາມ​ຫຍູ້ງ​ຍາກ, ຖື​ການ​ຮັກ​ສາ ແລະ ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມືຫຼາຍ​ດ້ານ​ກັບ ຫວຽດ​ນາມ ຢ່າງບໍ່​ຢຸດຢັ້ງ ແລະ ອວຍ​ພອນ​ໃຫ້​ການ​ຢ້ຽມ​ຢາມ​ຂອງ​ຄະ​ນະ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.

        ທ່ານ​ພົນ​ເອກ ໂງ​ຊວນ​ລີກ ຂອບ​ອົກ​ຂອບ​ໃຈ​ຕໍ່​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Modi ໄດ້​ສະ​ຫງວນ​ເວ​ລາ​ຕ້ອນ​ຮັບ​ຄະ​ນະ, ສະ​ແດງ​ຄວາມ​ປາດ​ຖະ​ໜາ​ວ່າ ອິນ​ເດຍ ຈະ​ສືບ​ຕໍ່​ສະ​ຫງວນ​ບັນ​ດາ​ຜົນ​ງານ​ອັນ​ໃຫຍ່ຫຼວງ​ກ່​ວາ​ອີກ​ໃນ​ພາ​ລະ​ກິດ​ສ້າງ​ສາ​ປະ​ເທດ​ໃຫ້​ວັດ​ທະ​ນາ​ຖາ​ວອນ.

        ໃນ​ການ​ຢ້ຽມ​ຢາມ, ທ່ານ​ລັດ​ຖະ​ມົນ​ຕີ ໂງ​ຊວນ​ລີກ ມີ​ການ​ພົບ​ປະ​ກັບ​ທ່ານ Ajit Kumar Doval, ທີ່​ປຶກ​ສ​າ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ ອິນ​ເດຍ, ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່​ສ​ູນ​ໄຈ້​ແຍກ ແລະ ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວ​ການ​ທະ​ຫານ (IMAC) ຂຶ້ນ​ກັບ​ກອງ​ບັນ​ຊາ​ການ​ທະ​ຫານ​ເຮືອ ອິນ​ເດຍ, ຢ້ຽມ​ຢາມ​ກອງ​ບັນ​ຊາ​ການກອງ​ທັບ​ອາ​ກາດ ອິນ​ເດຍ.


ຂ່າວ/ບົດ​ອື່ນ