ອິນເດຍ-ປາກິດສະຖານຢຸດການພົວພັນການຄ້າແລະພິທີການທະຫານຢູ່ເຂດຊາຍແດນ

ອິນເດຍ-ປາກິດສະຖານຢຸດການພົວພັນການຄ້າແລະພິທີການທະຫານຢູ່ເຂດຊາຍແດນ - ảnh 1
ທະ​ຫານ​ຂຶ້ນ​ກັບ​ກ​ຳ​ລັງ​ປ້ອງ​ກັນ​ຊາຍ​ແດນ ອິນ​ເດຍ Ấn Độ ເວັນ​ຍາມ​ຢູ່​ດ່ານ​ຊາຍ​ແດນ Wagah
 (ພາບ: AFP/TTXVN)

(vovworld) – ວັນ​ທີ 3/11, ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ ອິນ​ເດຍ ໃຫ້​ຮູ້​ວ່າ: ປະ​ເທດນີ້ ແລະ ປາ​ກິດ​ສະ​ຖານ ຈະ​ຢຸດ​ການ​ແລກ​ປ່ຽນ​ການ​ຄ້າ ໃນ​ເວ​ລາ 3 ວັນ​ຜ່າ​ນ​ດ່ານຊາຍ​ແດນ Wagah  ໃກ້​ນະ​ຄອນ​ທາງ​ພາກ​ຕາ​ເວັນ​ອອກ Lahore ຂອງ​ປາ​ກິດ​ສະ​ຖານ, ຕາມ​ຂໍ້​ສະ​ເໜີ​ຈາກ​ຝ່າຍ Islamabad. ແລ​ະ​ກໍ່​ໃນ​ວັນ​ດຽວ​ກັນ, 2 ປະ​ເທດ​ໄດ້​ຢຸດ​ພິ​ທີ​ການ​ທະ​ຫານ, ທີ່​ເຄີຍ​ໄດ້​ຮັບ​ກາ​ນ​ຈັດ​ຕັ້ງ​ປະ​ຈຳ​ວັນ​ຢູ່​ເຂດ​ຊາຍ​ແດນ ປາ​ກິ​ດ​ສະ​ຖານ ແລະ ອິນ​ເດຍ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ພິ​ທີ​ການ​ທະ​ຫານ​ໄດ້​ຢຸດ​ລົງ ນັບ​ແຕ່​ສົງ​ຄາມ​ລະ​ຫວ່າງ 2 ປະ​ເທດ ໃນ​ປີ 1971. ບັນ​ດາ​ການກ​ະ​ທຳ ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ການ​ບຸກ​ໂຈມ​ຕີ​ສະ​ຫລະ​ຊີບ​ຢູ່​ປາ​ກິດ​ສະ​ຖານ ໃກ້​ກັບ​ດ່າ​ນ​ຊາຍ​ແດນ Wagah, ເຮັດ​​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 55 ຄົນ​ເສຍ​ຊີ​ວິດ ແລະ 200 ຄົນ​ຖືກ​ບາດ​ເຈັບ​ພຽງ​ໜຶ່ງວັນ. ກຳ​ລັງ ຕາ​ລີ​ບານ ຢູ່​ປາ​ກິດ​ສະ​ຖານ ໄດ​້​ຮັບ​ຮູ້​ດຳ​ເນີນ​ການ​ວາງ​ລະ​ເບີດນີ້​ເພື່ອ​ໂຕ້​ຕອບບັ້​ນ​​ກວາດ​ລ້າງ​ຂອງກອງ​ທັບ​ປະ​ເທດນີ້. ເຖິງວ່າ​ເຂດ ດິນ​ແດນ ອິນ​ເດຍ ບໍ່​ຖືກ​ຜົນ​ສະ​ທ້ອນ​ຍ້ອນ​ເຫດ​ວາງ​ລະ​ເບ​ີດ​ດັ່ງ​ກ່າວກໍ່​ຕາມ, ແຕ່​ທະ​ຫານ​ຢູ່​ບັນ​ດາ​ເຂດ​ລຽບ​ຕາ​ມ​ຊາຍ​ແດນ​ກັບ ປາ​ກິດ​ສະ​ຖານ ຖືກ​ຕັ້ງ​ໃນ​ສະ​ພາບ​ເຕືອນ​ໄພ​ສູງ.


ຂ່າວ/ບົດ​ອື່ນ