ອິນເດຍມີປະທານາທິບໍດີຄົນໃໝ່

ອິນເດຍມີປະທານາທິບໍດີຄົນໃໝ່ - ảnh 1

ປະທານາທິບໍດີຄົນໃໝ່ຂອງອິນເດຍ Pranab Mukherjee


(vovworld) - ອະດີດ​ລັດຖະມົນຕີ​ກະຊວງ​ການ​ເງິນ​ອິນ​ເດຍ Pranab Mukherjee, ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​​ເປັນ​ປະທານາທິບໍດີຂອງ​ພັກ​ຄອງ​ເກດ (INC) ທັງ​ເປັນການ​ນຳ​ພັນທະ​ມິດ​​ເອກະ​ພາບ​ກຳ​ອຳນາດທີ່ກ້າວໜ້າ (UPA) ​ເຊິ່ງລວມມີ 15 ພັກ, ຈະ​ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີ​ຜູ້​ທີ 13 ຂອງ​ປະ​ເທດ​ນີ້​ໃນ​ວັນ​ທີ 25/7 ຢ່າງ​ເປັນ​ທາງ​ການ, ​ແທນ​ໃຫ້​ທ່ານ​ນາງ Pratibha Patil, ຕາມ​ໝາກຜົນ​ໃນ​ເບື້ອງ​ຕົ້ນ, ​ໂດຍ​ຄະນະ​ກຳມະການ​ເລືອກ​ຕັ້ງ​ອິນ​ເດຍປະກາດ, ທ່ານ Mukherjee ​ໄດ້​ຮັບ​ບັດ​ສະໜັບສະໜູນ 558.000 ບັດ. ສ່ວນຄູ່​ແຂ່ງ​ແມ່ນ​ທ່ານ Sangma, ອະດີດ​ປະທານ​ສະພາ​ຕຳ່, ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​​ຂອງພັກ​ຝ່າຍ​ຄ້ານ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ເມື່ອ​ວັນ​ທີ 19/7 ຜ່ານ​ມາໄດ້​ຮັບ​ບັດ​ສະໜັບສະໜູນ 240.000 ບັດ. ວົງ​ການ​ນັກ​ລົງທຶນ​ຫວັງ​ວ່າ. ດ້ວຍ​ເລື່ອງ​ທ່ານ Mukherjee ​ໄດ້​ຮັບ​​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ, ລັດຖະບານ​ອິນ​ເດຍຈະ​ຊຸກຍູ້​ການ​ປະຕິ​ຮູບ​ດ້ານ​ການ​ຕະຫຼາດ​ຢ່າງ​ວ່ອງ​ໄວ. ​ເພື່ອ​ຊ່ວຍ​ແກ້​ໄຂ​ບັນດາ​ບັນຫາ​ກ່ຽວ​ກັບ​ການ​ສະໜອງ​ທັນ​ຍາ​ຫານ​ຢູ່​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ