ອິນເດຍສົ່ງເສີມການຄ້າທ້ອງຖີ່ນກັບຫວຽດນາມ

ອິນເດຍສົ່ງເສີມການຄ້າທ້ອງຖີ່ນກັບຫວຽດນາມ - ảnh 1
ພາບປະກອບ

(vovworld) – ວັນ​ທີ 22/5, ຢູ່​ນະຄອນ​ໂຮ່ຈີ​ມິນ, ​ໄດ້​ດຳ​ເນີນ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ - ອິນ​ເດຍ. ​ໃນ​ໂອກາດ​ນີ້​ມີ​ຫຼາຍ​ວິ​ສາ​ຫະກກິດ​ອິນ​ເດຍ​ໄດ້​ມາ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ່ຫວຽດນາມ, ​ເພື່ອ​ແນ​ໃສ່​ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື​ລົງທຶນ, ດຳ​ເນີນ​ທຸ​ລິ​ກິດ. ທ່ານ Pankaj Kapoor, ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ Haryana, ​ໃຫ້​ຮູ້​ວ່າ, ວິ​ສາ​ຫະກິດ​ອິນ​ເດຍ ພວມ​ມີ​ທ່າ​ອ່ຽງ​ເລືອກ​ເຟັ້ນຫວຽດນາມ ​ແມ່ນ​ແຫ່ງ​ລົງທຶນ, ດຳ​ເນີນ​ທຸລະ​ກິດ ​ແລະ ປະຕິບັດ​ການ​ຮ່ວມ​ທຸ​ລະ​ກິດ. ຄະນະ​ນັກທຸລະກິດ Haryana ປາຖະໜາ​ຢາກ​ພົບ​ປະ​ ​ແລະ ​ແລກປ່ຽນ​ໂດຍ​ກົງ​ກັບ​ບັນດາ​ບໍລິສັດ​ຢູ່​ນະຄອນ​ໂຮ່ຈີ​ມິນ ​ເພື່ອ​ເລືອກ​ເຟັ້ນບັນດາ​ບໍລິສັດ​ທີ່​ເໝາະ​ສົມ​, ​ແນ​ໃສ່​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ໄລຍະ​ຍາວ. ປີ 2012, ຍອດ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ລະຫວ່າງ​ສອງ​ປະ​ເທດ​ບັນລຸ​ເກືອບ 4 ຕື້​ໂດ​ລາ​ສະຫະລັດ, ຄາດ​ວ່າ​ໃນ​ປີ 2015 ຈະ​ບັນລຸ 7 ຕື້​ໂດ​ລາ​ສະຫະລັດ.

ຂ່າວ/ບົດ​ອື່ນ