ອິນເດຍ,ສ.ເກົາຫຼີເພີ່ມທະວີການຮ່ວມມືປ້ອງກັນຊາດແລະຄວາມປອດໄພທາງເຄືອຂ່າຍອິນເຕີເນັດ

ອິນເດຍ,ສ.ເກົາຫຼີເພີ່ມທະວີການຮ່ວມມືປ້ອງກັນຊາດແລະຄວາມປອດໄພທາງເຄືອຂ່າຍອິນເຕີເນັດ - ảnh 1
ທ່ານ​ນາງລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອິນ​ເດຍ Sushma Swaraj
(ພາບ: economictimes.indiatimes.com)

(vovworld) – ຕອນ​ບ່າຍ​ວັນ​ທີ 30/12, ອິນ​ເດຍ ແລະ ສ. ເກົາຫຼີ ໄດ້​ພິ​ຈາ​ລະ​ນາ​ທິ​ດ​ທາງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື 2 ຝ່າຍ​ອີງ​ໃສ່​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ ແລະ ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ຕາມ​ຂໍ້​ລິ​ເລີ່ມ “Make in India”. ໃນ​ຂອບ​ເຂດ​ການ​ຢ້​ຽມ​ຢາມ ສ. ເກົາຫຼີ ແຕ່​ວັນ​ທີ 28 – 30/12, ທ່ານ​ນາງລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອິນ​ເດຍ Sushma Swaraj ເນັ້​ນ​ໜັກ​ກ່ຽວ​ກັບ​ແງ່​ຫວັງ​ໃນ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ສະ​ພາບ​ການ ນິວ​ເດ​ລີ ຕົກ​ລົງ​ຍົກ​ລະ​ດັບ​ເພ​ດານ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ​ຂຶ້ນ​ເຖິງ 49%, ເມື່ອ​ທ​ຽບ​ໃສ່​ລະ​ດັບ 26% ກ່ອນນີ້. ທ່ານ​ນາງ Swaraj ສະ​ເໜີ​ໃຫ້ ສ. ເກົາຫຼີ ​ຍາດ​ແຍ່ງໂອ​ກາດນີ້​ເພື່ອ​ລົງ​ທຶນ​ຜະ​ລິດ​​ບັນ​ດາ​ພາ​ຫະ​ນະ​ເຄື່ອງ​ຈັກ​ທີ່​ຈຳ​ເປັນ​ໃຫ້​ແກ່​ຂົງ​ເຂດ​ປ້ອງ​ກັນ​ຊາດ​ຂອງ ອິນ​ເດຍ ຕາມ​ຂໍ້​ລິ​ເລີ່ມ “Make in India”. ທີ່​ການ​ພົບ​ປະ​ຢູ່ ເຊີ​ອູນ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ. ເກົາຫຼີ Han Minkoo ແລະ ທ່ານ​ນາງລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອິນ​ເດຍ Swaraj ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ກ່ຽວ​ກັບ​ເລື່ອງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ ຈະ​ໄປ​ຍັງ ສ. ເກົາຫຼີ ໃນ​ໄຕ​ມາດ​ທີ 1/2015 ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ 2 ຝ່າຍ.

ຂ່າວ/ບົດ​ອື່ນ