ອິນເດຍ-ອາຊຽນເພີ່ມທະວີການຮ່ວມມືໃນການເດີນທະເລ,ຊຸກຍູ້ການຮ່ວມສຳພັນ

(VOVWORLD) -ອິນເດຍ ແລະ ອາຊຽນ ໄດ້ສະແດງຄວາມຕັດສິນໃຈເພີ່ມທະວີການພົວພັນຜ່ານການຮ່ວມມືໃນຂົງເຂດການເດີນທະເລ ແລະ ຊຸກຍູ້ການຮ່ວມສຳພັນຢ່າງເລິກເຊິ່ງກວ່າອີກ.

ຂໍ້ມູນຂ່າວດັ່ງກ່າວໂດຍກະຊວງການຕ່າງປະເທດອິນເດຍ ຍົກອອກມາ ພາຍຫຼັງກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ (SOM) ອິນເດຍ - ອາຊຽນ, ທີ່ດຳເນີນໃນລະຫວ່າງວັນທີ 11 – 12 ເມສາ, ຢູ່ນະຄອນຫຼວງ New Delhi.

        ທີ່ກອງປະຊຸມ, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດໃນປະຈຸບັນ ແລະ ກຳນົດທິດການພັດທະນາໃນອະນາຄົດ; ຕີລາຄາບັນດາຄວາມກ້າວໜ້າໃນການຮ່ວມມືຢູ່ທັງ 3 ເສົາຄ້ຳຄື: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ - ສັງຄົມ; ແລກປ່ຽນທັດສະນະກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ປຶກສາຫາລືວິທີການເພື່ອຍູ້ແຮງການຮ່ວມມືກ່ຽວກັບບັນດາບັນຫາການເງິນກວ່າອີກ ແລະ ເພີ່ມທະວີສັງລວມຄະນະເລຂາອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ