ອິນເດີຍແລະຟິລິບປີນໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມື2ຝ່າຍ

ອິນເດີຍແລະຟິລິບປີນໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມື2ຝ່າຍ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​
ການ​ຕ່າງປະ​ເທດ​ຟິລິບ​ປີນ Albert F. Del Rosario
(ພາບ: counterpiracy.ae)


(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ອິນ​ເດີ​ຍ, ວັນ​ທີ 14/10, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຟິລິບ​ປີນ Albert F. Del Rosario ​ແລະ ຄູ່​ຕຳ​ແໜ່ງປະ​ເທດ​ເຈົ້າພາບ Sushma Swaraj ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ຄະນະ​ກຳມະການ​ປະສົມ 2 ຝ່າຍ​ຄັ້ງ​ທີ 3 (IPJC 3). 2 ຝ່າຍ​ໄດ້​ເນັ້ນ​ໜັກ​ເຖິງ​ເລື່ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ທຸກ​ຂົງ​ເຂດ, ການ​ເມືອງ - ປ້ອງ​ກັນ​ຄວາ​ມສະຫງົບ, ​ເສດຖະກິດ, ການ​ຄ້າ - ການ​ລົງທຶນ, ຮ່ວມ​ມື​ວັດ​ທະນະ​ທຳ - ສັງຄົມ… ກ່ຽວ​ກັບ​ການ​ຮ່ວມ​ມື​ກ້ານ​ປ້ອງ​ກັນ​ປະ​ເທດ, 2 ຝ່າຍ​ໄດ້​ສະ​ແດງ​ຄວາມ​ເພຶງ​ພໍ​ໃຈ​ກ່ຽວກັບ​ລະດັບ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, 2 ຝ່າຍ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາ​ມສຳຄັນ​ໃນ​ການ​ປົກ​ປ້​ອງການ​ເດີນ​ທະ​ເລ ​ແລະ ການ​ບິ​ນຢ່າງ​ເສລີຢູ່ທະ​ເລ​ຕາ​ເວັນ​ອອກ, ຊຸກ​ຍູ້​ຝ່າ​ຍຕ່າງໆ​ທີ່​ກ່ຽວຂ້ອງ ​ເຄົາ​ລົບ​ບັນດາ​ຫຼັກ​ການ​ຂອງ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາຂອງ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, 2 ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ເພີ່ມ​ທະວີ​ດ້ານ​ການຄ​້າ ​ແລະ ການ​ລົງທຶນ 2 ຝ່າຍ, ​ເຫ​ັນດີ​ຈັດ​ກອງ​ປະຊຸມ​ກຸ່ມ​ປະຕິບັດ​ງານ​ລວມ​ກ່ຽວ​ກັບ​ການ​ຮ່ວມມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ໃນ​ຕົ້ນ​ປີ 2016…
ຂ່າວ/ບົດ​ອື່ນ